ຄະນະຂົນຂວາຍປະຊາຊົນສູນກາງພົບປະກັບບັນດາເອກອັກຄະລັດຖະທູດ,ຫົວໜ້າອົງການຕາງໜ້າຫວຽດນາມປະຈຳຕ່າງປະເທດ
ທ່ານນາງ ເຈືອງທິມາຍ ກ່າວຄຳເຫັນທີ່ງານພົບປະສັງສັນ
(vovworld) – ວັນທີ 22/6, ຢູ່ຮ່າໂນ້ຍ, ຄະນະຂົນຂວາຍປະຊາຊົນສູນກາງ ໄດ້ສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ຈັດຕັ້ງງານພົບປະກັບບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2016 – 2019. ທີ່ການພົບປະສັງສັນ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ສະເໜີໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2016 – 2019 ສືບຕໍ່ຊາບຊຶມ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກເວົ້າລວມ, ກ່ຽວກັບວຽກງານຂົນຂວາຍປະຊາຊົນ, ຄວາມສາມັກຄີປອງດອງຊາດ, ວຽກງານພົວພັນຕ່າງປະເທດປະຊາຊົນເວົ້າສະເພາະໃຫ້ເຂັ້ມງວດ, ມີປະສິດທິຜົນ, ກຳແໜ້ນສະພາບການປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ, ຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ຂົນຂວາຍຊ່ວຍເຫຼືອ, ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ພິເສດແມ່ນບັນດາບໍລິເວນທີ່ປະສົບກັບຄວາມຫຍຸ້ງຍາກ, ສັບສົນ. ທ່ານນາງ ເຈືອງທິມາຍ ຫວັງວ່າ: ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດສ້າງເງື່ອນໄຂສະດວກສຳລັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກ່ຽວກັບ ການກັບເມືອຢ້ຽມຢາມບ້ານເກີດເມືອງນອນ, ລົງທຶນຜະລິດດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ຈັດຕັ້ງໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມປະກອບຄຳເຫັນໃສ່ການວາງແຜນນະໂຍບາຍຂອງຂອງພັກ, ນະໂຍບາຍ ແລະ ກົດໝາຍຂອງລັດເປັນປະຈຳ.