ຄະນະຈັດຕັ້ງສູນກາງພັກຜັນຂະຫຍາຍໜ້າທີ່ປີ2016

ຄະນະຈັດຕັ້ງສູນກາງພັກຜັນຂະຫຍາຍໜ້າທີ່ປີ2016 - ảnh 1
(ທ່ານ ​ໂຕ​ຮູ​ຍ​ເຣືອ, ກຳມະການ​ກົມ​ການ​ເມືອງ
​ເລຂາ​ສູນ​ກາງ​ພັກ, ຫົວ​ນ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ)

(vovworld) - ປີ 2016, ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກແມ່ນ ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ປະຕິບັດ ​ແລະ ສຳ​ເລັດ​ໜ້າ​ທີ່​ຮັບ​ໃຊ້​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ; ສຸມ​ໃສ່​ເປັນ​ເສນາ​ທິການ, ສົບ​ທົບ​ກັນຜັນ​ຂະຫຍາຍ, ຊາບ​ຊຶມ, ຫັນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ​ເປັນ​ລະອຽດ, ສ້າງ​ໂຄງການ​​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸກ​ທີ 12 ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ​ກໍ່ສ້າງ​ພັກ. ນີ້​ແມ່ນ​ຂໍ້​ມູນ​ຂ່າວ ​ໄດ້​ຍົກ​ອອກ​ຢູ່​ກອງ​ປະຊຸມ​ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2016 ​ໂດຍ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ຈັດ​ຂຶ້ນໃນ​ຕອນ​ເຊົ້າ​ວັນ​ທີ 18/1 ຢູ່ ຮ່າ​ໂນ້ຍ.

        ທີ່​ກອງ​ປະຊຸມ, ທ່ານ ​ໂຕ​ຮູ​ຍ​ເຣືອ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວ​ນ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ເນັ້ນ​ໜັກ​ວ່າ: ປະ​ເທດ​ຊາດ​ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ ດ້ວຍ​ຂອບ​ຂະໜາດ​ນັບ​ມື້​ນັບ​ໃຫຍ່​ຫລວງ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ ກ້ວາງ​ຂວາງ.ຕໍ່ໜ້າ​ສະພາບ​ການ​ນັ້ນ ​ໄດ້​ວາງ​ອອກ​ຄວາມ​ຮຽກຮ້ອງ​ຕ້ອງການ​ສູງ ດ້ວຍ​ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ຖັນ​ແຖວ​ພະນັກງານ, ລັດຖະກອນ, ສະມາຊິກ​ພັກ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ.

 

 

 

ຂ່າວ/ບົດ​ອື່ນ