ຄະນະຈັດຕັ້ງສູນກາງພັກຫວຽດນາມແລະລາວເພີ່ມທະວີການຮ່ວມມື

ຄະນະຈັດຕັ້ງສູນກາງພັກຫວຽດນາມແລະລາວເພີ່ມທະວີການຮ່ວມມື - ảnh 1
ພິທີລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ 2
ຄະນະ​ຈັດ​ຕັ້ງ​ສູນ​ກາງ 2 ພັກ​ໄລຍະ 2016 – 2020


(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ ລາວ ​ໃນ​ລະຫວ່າງ​ວັນ​ທີ​ 28/08 – 01/09, ຕອນ​ຄ່ຳ​ວັນ​ທີ 29/08 ທ່ານ ຟ້າ​ມມີ​ງຈີ໋ງ ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ທ່ານ ຈັນ​ສີ ​ໂພ​ສີຄຳ ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ ລາວ ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ 2 ຄະນະ​ຈັດ​ຕັ້ງ​ສູນ​ກາງ 2 ພັກ​ໄລຍະ 2016 – 2020. ຕາມ​ນັ້ນ​ແລ້ວ, ​ໃນ​ໄລຍະ 2016 – 2020 2 ຝ່າຍ​ສືບ​ຕໍ່​ແລກປ່ຽນ​ຂໍ້​ມູນ​ຂ່າວ ​ແລະ ​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ; ​ເພີ່ມ​ທະວີ​ການແບ່ງປັນ​ບົດຮຽນ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ. 2 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ; ​ແລກປ່ຽນ​ບັນດາ​ເອກະສານ, ວາລະສານ, ຜະລິດ​ຕະພັນ​ຄົ້ນຄວ້າ ​ເພື່ອ​ຮັບ​ໃຊ້​ວຽກງານ​ຂອງ​​ແຕ່ລະ​ຝ່າຍ. 2 ຝ່າຍ​ຈະ​ເຂົ້າ​ຮ່ວມ ​ແລະ ສົມທົບ​ກັນ​ຈັດ​ຕັ້ງບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 40 ປີ​ແຫ່ງ​ວັນ​ເຊັນ​ສັນຍາ​ມິດຕະພາບ ​ແລະ ຮ່ວມ​ມື ຫວຽດນາມ - ລາວ ​ໃນ​ປີ 2017 ​ໃຫ້​ເປັນ​ຢ່າງ​ດີ.


ຂ່າວ/ບົດ​ອື່ນ