ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ອວຍພອນບຸນເຕັດ
Chol Chnam Thmay ຊາວເຜົ່າຂະແມ
ພາບ: nhandan
|
vovworld)- ວັນທີ 12/4, ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ໂດຍທ່ານເຈີນຫືວຫຽບ, ກຳມະການສະເພາະກິດຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ເປັນຫົວຫນ້າຄະນະ ໄດ້ລົງຢ້ຽມຢາມ ອວຍພອນບຸນເຕັດ Chol Chnam Thmay ຂອງປະຊາຊົນເຜົ່າຂະແມ ຢູ່ ແຂວງ ຈາວີງ. ໃນການຢ້ຽມຢາມ, ທ່ານ ເຈີນຫືວຫຽບ ໄດ້ຍ້ອງຍໍນ້ຳໃຈສາມັກຄີລະຫວ່າງ ສາມຊົນເຜົ່າ ກີງ, ຂະແມ ແລະ ຈີນ ທີ່ໄດ້ສະຫນິດຕິດພັນນຳກັນ, ພ້ອມກັນປະກອບສ່ວນກໍ່ສ້າງ ແລະ ພັດທະນາບ້ານເກີດເມືອງນອນ, ກໍ່ສ້າງແຂວງ ຈາວີງ ນັບມື້ນັບຮັ່ງມີສວຍງາມ. ໃນຊຸມປີຜ່ານມາ, ແຂວງ ຈາວີງ ໄດ້ມານະພະຍາຍາມໃນການປະຕິບັດບັນດານະໂຍບາຍ, ໂຄງການຫນູນຊ່ວຍໃຫ້ປະຊາຊົນເຜົ່າຂະແມພັດທະນາການຜະລິດ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ປະຊາຊົນ.