( vovworld ) – ຕອນເຊົ້າວັນທີ 25/3, ຄະນະຜູ້ແທນສູນກາງຊາວໜຸ່ມກອມມູນິດ ໂຮ່ຈິມິນ ໄດ້ຈັດພິທີແຈ້ງຜົນງານ ແລະ ເຂົ້າຢ້ຽມສຸສານປະທານ ໂຮ່ຈິມິນ. ຕາງໜ້າໃຫ້ເລຂາຊາວໜຸ່ມທີ່ດີເດັ່ນ 81 ຄົນທີ່ໄດ້ຮັບລາງວັນ 26/3, ນາງ Nguyen Kieu Diem ເລຂາຊາວໜຸ່ມຕາແສງ Khanh Binh Tay, ເມືອງ Tran Van Thoi, ແຂວງ Ca Mau ໄດ້ຢືນຢັນວ່າ ຢາມໃດຊາວໜຸ່ມຫວຽດນາມ ກໍ່ຊາບຊືມຄຳສັ່ງສອນຂອງປະທານ ໂຮ່ຈິມິນ, ຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ, ອອກແຮງງານຢ່າງມີຫົວຄິດປະດິດສ້າງ, ຜ່ານຜ່າຄວາມຫຍຸ້ງຍາກ, ປະຈັນບານ, ເປັນແບບຢ່າງໃນການປະຕິບັດວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນຢູ່ຂັ້ນຮາກຖານ, ນຳມະຕິກອງປະຊຸມໃຫຍ່ຊາວໜຸ່ມຂັ້ນພື້ນຖານເຂົ້າໃນຊີວິດຕົວຈິງໂດຍໄວ, ປະກອບຊ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຈັດຕັ້ງກອງປະຊຸມໃຫຍ່ຊາວໜຸ່ນທຸກຂັ້ນ ແລະ ກອງປະຊຸມໃຫຍ່ຊາວໜຸ່ມທົ່ວປະເທດຄັ້ງທີ 10.