ຄະນະນັກກິລາຫວຽດນາມພວມນຳໜ້າໃນງານມະຫາກຳກິລານັກຮຽນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 5

ຄະນະນັກກິລາຫວຽດນາມພວມນຳໜ້າໃນງານມະຫາກຳກິລານັກຮຽນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 5 - ảnh 1
ນັກ​ກິລາ ຫງວຽນ​ທິ​ແອ໋ງວຽນ ຄ້ວາໄດ້ 7ຫຼຽນ​ຄຳໃນ​ປະ​ເພດ​ກິລາລອຍ​ນ້ຳ
(ພາບປະກອບ)

(vovworld) – ​ວັນ​ທີ 26/6 ​ງານ​ມະຫາ​ກຳ​ກິລາ​ນັກ​ຮຽນ ອາຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 5 ກ້າວ​ເຂົ້າ​ສູ່​ມື້​ແຂ່ງຂັນ​ທີ 3, ຄະນະ​ນັກ​ກິລາ ຫວຽດນາມ ພວມ​ນຳ​ຫນ້າ​ ດ້ວຍ​ຫຼຽນ​ຄຳ 21 ຫຼຽນ, ຄະນະ​ນັກ​ກິ​ລາ ມາ​ເລ​ເຊຍ​ຢືນ​ອັນ​ດັບ 2 ດ້ວຍ​ຫລຽນ​ຄຳ 10 ຫລຽນ, ຄະນະ​ນັກ​ກິລາ​ໄທ ຢືນ​ອັນ​ດັບ 3 ດ​້ວຍຫລຽນ​ຄຳ 7 ຫລຽນ. ພິ​ເສດ​ໃນ​ປະ​ເພດ​ກິລາລອຍ​ນ້ຳ, ຄະນະ​ນັກ​ກິລາ​ຫວຽດນາມ ຄ້ວາ​ໄດ້ 9 ຫລຽນ​ຄຳ, ສະ​ເພາະ ນັກ​ກິລາ ຫງວຽນ​ທິ​ແອ໋ງວຽນຄ້ວາໄດ້ 7 ຫຼຽນ​ຄຳ. ​

 

ຂ່າວ/ບົດ​ອື່ນ