ຄະນະນົກຮົບເກົ່າອາເມລິກາຢ້ຽມຢາມແລະເຮັດວຽກຢູ່ແຂວງກວາງນາມ

ຄະນະນົກຮົບເກົ່າອາເມລິກາຢ້ຽມຢາມແລະເຮັດວຽກຢູ່ແຂວງກວາງນາມ - ảnh 1
ຄະນະນົກຮົບເກົ່າອາເມລິກາຢ້ຽມຢາມແລະເຮັດວຽກຢູ່ແຂວງກວາງນາມ
(ພາບ: Đỗ Tưởng/TTXVN)

(vovworld) – ວັນທີ 3/2, ອົງການ​ນັກຮົບ​ເກົ່າ​ອາ​ເມ​ລິ​ກາ ​ເຂົ້າ​ຮ່ວມ​ສົງຄາມ​ຢູ່​ຫວຽດນາມ ​ໂດຍ​ທ່ານ​ນາງ Marsha Lynn Four, ຮອງ​ປະທານ​ອົງການນັກ​ຮົບ​ເກົ່າອາ​ເມ​ລິ​ກາ ​ເຂົ້າ​ຮ່ວມ​ສົງຄາມ​ຢູ່​ຫວຽດນາມ, ນຳ​ໜ້າ, ​ໄດ້ມີ​ການ​ເຮັດ​ວຽກ​ກັບ​ສະມາຄົມ​ນັກຮົບ​ເກົ່າ​ແຂວງ​ກວາງ​ນາມ ​ແລະ ​ເຂົ້າ​ຢ້ຽມຄຳນັບ​​ການ​ນຳ​ແຂວງ​ກວາງ​ນາມ. ຈຸດປະສົງຂອງ​ການ​​ຄັ້ງ​ນີ້​ແມ່ນ​ປະຕິບັດ “ລາຍການ​ຂໍ້​ລິ​ເລີ່​ມ ຂອງ​ນັກຮົບ​ເກົ່າ ” ​ເພື່ອ​ຕອບ​ສະໜອງ​ຂໍ້​ມູນ​ຂ່າວ ​ແລະ ​ສຳ​ເນົາເອກະສານ​ກ່ຽວ​ກັບ​ທະຫານ​ຫວຽດນາມ ​ໄດ້​ເສຍສະຫຼະຊີວິດ ​ແລະ ​ຫາຍ​ສາບ​ສູນໃນ​ສົງຄາມ. ທີ່​ການ​ເຮັດ​ວຽກ, ຜູ້​ຕາງໜ້າ​ອົງການນັກ​ຮົບ​ເກົ່າອາ​ເມ​ລິ​ກາ ​ເຂົ້າ​ຮ່ວມ​ສົງຄາມ​ຢູ່​ຫວຽດນາມ ​ໄດ້​ມອບ​ໃຫ້​ສະມາຄົມ​ນັກຮົບ​ເກົ່າ​ແຂວງ​ກວາງ​ນາມ​ສຳ​ເນົາເອກະສານ 3 ຊຸດ ​ເຊິ່ງລວມມີ​ຂ່າວ​ກ່ຽວ​ກັບ​ທະຫານ ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​​ຢູ່​​ແຂວງ​ດົ່ງ​ນາຍ ​ແລະ ນະຄອນ​ໂຮ່ຈິ​ມິນ 1.200 ຄົນ ​ເພື່ອ​ບັນດາ​ອົງການ​​ກ່ຽວຂ້ອງ​ຂອງ​ທ້ອງ​ຖິ່ນ​ມີ​ແຫຼ່ງຂໍ້​ມູນ​ຕື່ມ​ອີກ ​ເພື່ອ​ປຽບທຽບ ​ແລະ ກຳນົດ​ໄດ້​ສະຖານ​ທີ່​ຊອກ​ຫາ​ບັນດາ​ທະຫານທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ທ່ານ​ນາງ Marsha Lynn Four ​ໃຫ້​ຮູ້​ວ່າ: ອົງການນັກ​ຮົບ​ເກົ່າອາ​ເມ​ລິ​ກາ ​ເຂົ້າ​ຮ່ວມ​ສົງຄາມ​ຢູ່​ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ: ຈະ​ມານະ​ພະຍາຍາມ​ກ່ວາ​ອີກໃນ​ການ​ທ້ອນ​ໂຮມ​ຊອກ​ຫາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ທະຫານ​ຫວຽດນາມ ທີ່ເສຍສະຫຼະ​​ຊີວິດໃນ​ສົງຄາມ​ ​ເພື່ອ​ຊ່ວຍ​ບັນດາ​ຄອບ ຄົວ​ທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ນຳ​ເອົາ​ອັດຖິ​ພີ່ນ້ອງ​ຂອງ​ຕົນ​ມາ​ປົງ​ຢູ່​ບ້ານ​ເກີດ​ໂດຍ​ໄວ.
ຂ່າວ/ບົດ​ອື່ນ