ຄະນະນັກຮຽນຫວຽດນນາມເຂົ້າຮ່ວມການພົວພັນແລກປ່ຽນບານເຕະຢູ່ລັດເຊຍ

(VOVWORLD) -ວັນທີ 30 ມິຖຸນາ, ຄະນະນັກສຶກສາຫວຽດນາມ (ຂຶ້ນກັບໂຄງການບານເຕະປະຊາຄົມຢູ່ຫວຽດນາມ - FFAV) ໄດ້ຮັບຄຳເຊື້ອເຊີນຈາກສະຫະພັນບານເຕະສາກົນ (FIFA) ເຂົ້າຮ່ວມງານບຸນບານເຕະ ຄວາມປາດຖະໜາ ເຊິ່ງໄດ້ຈັດຕັ້ງຢູ່ລັດເຊຍ ໃນລະຫວ່າງວັນທີ 26 ມິຖຸນາ ຫາວັນທີ 03 ກໍລະກົດ

ຄະນະນັກຮຽນຫວຽດນນາມເຂົ້າຮ່ວມການພົວພັນແລກປ່ຽນບານເຕະຢູ່ລັດເຊຍ - ảnh 1ຄະນະນັກຮຽນຫວຽດນນາມເຂົ້າຮ່ວມການພົວພັນແລກປ່ຽນບານເຕະຢູ່ລັດເຊຍ

(ພາບ: TTXVN)

 ເນື່ອງໃນໂອກາດດຳເນີນງານມະຫາກໍບານເຕະ FIFA World Cup 2018, ໄດ້ເຂົ້າຮ່ວມການແຂ່ງຂັນບານເຕະຢູ່ຈາຕູລັດແດງ, ປະເທດລັດເຊຍ, ພ້ອມກັບ 48 ຄະນະທີ່ມາຈາກ 38 ປະເທດໃນໂລກ. ໃນໄລຍະຢູ່ລັດເຊຍ, ຄະນະຫວຽດນາມ ໄດ້ແນະນຳໃຫ້ເພື່ອນມິດສາກົນກ່ຽວກັບປະເທດຊາດ, ຊາວຫວຽດນາມ ຜ່ານບັນດາການສະແດງສິລະປະ, ບານເຕະ, ການປະພຶດທີ່ສະໜິດສະໜົມ… ການເຂົ້າຮ່ວມງານບຸນຄັ້ງນີ້ ບໍ່ພຽງແຕ່ສ້າງຄວາມມ່ວນຊື່ນຂອງພວກນ້ອງ, ຂອງ FFAV ເທົ່ານັ້ນ, ຫາກຍັງແມ່ນຄວາມເອກອ້າງຖະນົງໃຈຂອງບັນດາແຟນບານໃນທົ່ວປະເທດຫວຽດນາມ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ