ຄະນະນັກຮຽນຫວຽດນາມເຂົ້າຮ່ວມການສອບເສັງ Olympic ເລກຄະນິດສາກົນໄດ້ຮັບຜົນງານສູງ

ຄະນະນັກຮຽນຫວຽດນາມເຂົ້າຮ່ວມການສອບເສັງ Olympic ເລກຄະນິດສາກົນໄດ້ຮັບຜົນງານສູງ - ảnh 1
ຄະນະນັກຮຽນຫວຽດນາມເຂົ້າຮ່ວມການສອບເສັງ Olympic ເລກຄະນິດສາກົນໄດ້ຮັບຜົນງານສູງ
(ພາບ: Nguyễn Hoài)

(vovworld) – ຕອນ​ເຊົ້າ​ວັນ​ທີ 31/7, ຄະນະ​ນັກຮຽນ​ຫວຽດນາມ​ເຂົ້າ​ຮ່ວມ​ການ​ສອບ​ເສັງ Olympic ວິຊາ​ເລກ​ຄະນິດ​ສາກົນ 2013 ຄັ້ງ​ທີ 54 , ຢູ່ Colombia, ​ໄດ້​ກັບ​ມາ​ຮອດ​ຮ່າ​ໂນ້ຍ. ຄະນະນັກຮຽນ​ຫວຽດນາມ​ລວມມີ 6 ຄົນ​ເຂົ້າ​ຮ່ວມ​ການ​ສອບ​ເສັງ ​ແລະ ທັງ 6 ຄົນ​ໄດ້​ຮັບ​ລາງວັນ, ​ໃນ​ນັ້ນ​ມີ​ຫຼຽນ​ຄຳ 3 ຫຼຽນ, ຫຼຽນ​ເງິນ 3 ຫຼຽນ. ດ້ວຍ​ຜົນງານ​ທີ່​ບັນລຸ​ໄດ້​ນັ້ນ, ຄະນະ​ນັກຮຽນ​ຫວຽດນາມ​ຖືກ​ຈັດ​ອັນ​ດັບ 7 ​ໃນ​ຈຳນວນ 97 ປະ​ເທດ​ມີ​ນັກຮຽນ​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ຕ້ອນຮັບ, ທ່ານ​ນາງຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ​ບຳລຸງ​ສ້າງ​ຫວຽດນາມ ຫງວຽນ​ທິ​ເຫງຍ ​ເວົ້າ​ວ່າ:

“ຂ້າພະ​ເຈົ້າ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ທີ່​ສຸດ ​ເພາະວ່າ​ຄະນະ​ນັກຮຽນ​ຂອງພວກ​ເຮົາ​ໄດ້​ບັນລຸ​ຜົນງານ​ສູງ. ສິ່ງ​ດັ່ງກ່າວ​​ເປັນ​ການ​ຢືນຢັນ​ເຖິງ​ພູມ​ປັນຍາ, ຄຸນ​ນະ​ທາດ​ຂອງ​ໄວ​ໜຸ່ມ​ຫວຽດນາມ ​ແລະ ການ​ພັດທະນາ​ຂອງ​ພື້ນຖານ​ເລກ​ຄະນິດ.ຜົນງານ​ທີ່​ໄດ້​ຮັບ​ໃນ​ມື້​ນີ້ ​ແມ່ນ​ຄວາມ​ມານະ​ພະຍາຍາມ, ການ​ສູ້​ຊົນ​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ​ຂອງ​ພວກ​ນ້ອງ​ນັກຮຽນ, ພິ​ເສດ​ແມ່ນ​ການ​ສິດສອນ, ຈິດ​ໃຈ​ຮັບຜິດຊອບ​ສູງ​ຂອງ​ບັນດາ​ຄູ​ອາຈານ, ຜູ້​ທີ່​ໄດ້​ປຸກລຸກ​ຄວາມ​ນິຍົມ​ວິຊາ​ເລກ​ຄະນິດ, ​ເຈດ​ຈຳນົງ, ຄວາມ​ຫວັງ​ບືນ​ຕົວ​ຂຶ້ນ​ເພື່ອ​ຍາດ​ເອົາ​ຜົນງານ​ສູງ​ດ້ານ​ພູມ​ປັນຍາ“

ຂ່າວ/ບົດ​ອື່ນ