(vovworld) - ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍ ສຳມະໂນຄົວ ແລະ ຮ່າງກົດໝາຍວ່າດ້ວຍບັດປະຈຳຕົວ - ນີ້ແມ່ນ 2 ໂຄງການໄດ້ຮັບການປະກອບຄຳເຫັນໃນວັນທີ 24/4. ຄາດວ່າ, ຮ່າງກົດໝາຍ 2 ສະບັບນີ້ຈະໄດ້ຮັບການປະກອບຄຳເຫັນທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຊຸດທີ 13 ໃນເດຶອນ 5 ຈະມາເຖິງ. ຈຸດໝາຍຂອງການສ້າງຮ່າງກົດໝາຍວ່າດ້ວຍ ສຳມະໂນຄົວ ນີ້ເພື່ອແນໃສ່ສ້າງພື້ນຖານນິຕິກຳເປັນປົກກະຕິ, ເອກະລາດ, ຍາວນານໃຫ້ແກ່ວຽກງານຈົດທະບຽນ, ຄຸ້ມຄອງຄອບຄົວຕາມທິດທັນສະໄໝ. ວຽກງານຄຸ້ມຄອງຄອບຄົວໄດ້ຮັບການປະຕິຮູບຕາມທິດມີຜົນປະໂຫຍດໃຫ້ແກ່ປະຊາຊົນ. ໜຶ່ງໃນບັນດາການປັບປຸງໃນຮ່າງກົດໝາຍວ່າດ້ວຍສຳມະໂນຄົວແມ່ນຈະສະໜອງຕົວເລກສ່ວນຕົວ ເພື່ອແນໃສ່ຄຸ້ມຄອງບັນດາຂໍ້ມູນພື້ນຖານຂອງສ່ວນບຸກຄົນ ແລະ ສ້າງພື້ນຖານເອກະສານສຳມະໂນຄົວເອເລັກໂຕນິກໃນທ່ົວປະເທດ.
ເລື່ອງສ້າງ ແລະ ປະກາດໃຊ້ກົດໝາຍວ່າດ້ວຍບັດປະຈຳຕົວຂອງພົນລະເມືອງ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການປ່ຽນໃໝ່ການເຄື່ອນໄຫວຄຸ້ມຄອງລັດ, ປະຕິຮູບເອກະສານບໍລິຫານໃນຂົງເຂດຄຸ້ມຄອງພົນລະເມືອງຕາມທິດງ່າຍດາຍ, ກະຈ່າງແຈ້ງ, ສ້າງເງື່ອນໄຂໃຫ້ແກ່ປະຊາຊົນໃນການປະຕິບັດລະບຽບການບໍລິຫານ.