ຄະນະປະຈຳສະພາ ແຫ່ງຊາດປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍ ການຈັດຕັ້ງສານປະຊາຊົນ(ສະບັບປັບປຸງ)
ທ່ານ ເຈືອງຮ່ວາບິ່ງ - ປະທານສານປະຊາຊົນສຸູງສຸດ ລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ
(ພາບ: Phạm Thịnh)
(vovworld) - ຕອນເຊົ້າວັນທີ 22/4, ໂດຍສືບຕໍ່ວາລະປະຊຸມຄັ້ງທີ 27, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ (ສະບັບປັບປຸງ). ສສຊ ສ່ວນຫຼາຍ ໄດ້ຕີລາຄາສູງເລື່ອງສານປະຊາຊົນສູງສຸດໄດ້ປັບປຸງ ແລະ ຮັບເອົາຫຼາຍເນື້ອໃນສຳຄັນທີ່ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃນວາລະປະຊຸມຄັ້ງທີ 26 ນີ້. ແຕ່ເຖິງຢ່າງໃດກໍ່ຕາມ, ຮ່າງກົດໝາຍຍັງມີບາງເນື້ອໃນມີຄວາມເຫັນແຕກຕ່າງກັນຄື: ການຈັດຕັ້ງ ແລະ ເຄື່ອນໄຫວຂອງສານປະຊາຊົນ, ອາຍຸການເຮັດວຽກ ແລະ ອາຍຸເຮັດວຽກຂອງຜູ້ພິພາກສາ. ປະກອບຄຳເຫັນກ່ຽວກັບຂໍ້ກຳນົດການຈັດຕັ້ງຂອງສານປະຊາຊົນຊັ້ນຕົ້ນ ໃນສານປະຊາຊົນ, ສສປ ສ່ວນຫຼາຍ ໄດ້ເຫັນດີເຫັນພ້ອມ ຈຳເປັນຕ້ອງສ້າງຕັ້ງສານປະຊາຊົນຊັ້ນຕົ້ນເຂດ.
ສຳລັບຂໍ້ກຳນົດກ່ຽວກັບອາຍຸເຮັດວຽກຂອງຜູ້ພິພາກສາ, ບັນດາ ສສຊ ໄດ້ເຫັນດີເຫັນພ້ອມ ແກ່ຍາວອາຍຸເຮັດວຽກຂອງຜູ້ພິພາກສາ ສານປະຊາຊົນ ສູງສຸດ, ໂດຍລະອຽດແມ່ນສຳລັບຜູ້ຊາຍອາຍຸເຮັດວຽກບໍ່ເກີນ 65 ປີ ແລະ ແມ່ຍິງ ບໍ່ເກີນ 60 ປີ. ສຳລັບຜູ້ພິພາກສາອື່ນໆອີກ, ສະເໜີໃຫ້ຮັກສາອາຍຸເຮັດວຽກຄືພະນັກງານ, ພາລະກອນອື່ນໆ ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍແຮງງານ. ພ້ອມກັນນັ້ນ, ກຳນົດລະອຽດ ຜູ້ພິພາກສາໄດ້ແກ່ຍາວອາຍຸເຮັດວຽກ ແຕ່ບໍ່ໄດ້ດຳລົງຕຳແໜ່ງເປັນການນຳອີກ.