ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືກ່ຽວກັບການຈັດແບ່ງ 2 ໂຄງການຈຸດໝາຍແຫ່ງຊາດ

ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືກ່ຽວກັບການຈັດແບ່ງ 2 ໂຄງການຈຸດໝາຍແຫ່ງຊາດ - ảnh 1
​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 13 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
(ພາບປະກອບ)


​(vovworld) - ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 13 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຕອນ​ເຊົ້າ​ວັນ​ທີ 13/12, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການຈັດ​ແບ່ງ 2 ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ນັ້ນແມ່ນ​: ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ​ແກ້​ໄຂ​ມົນ​ລະ​ຜິດ​ສິ່ງ​ແວດ​ລ້ອມ. ຜ່ານ​ການ​ປຶກສາ​ຫາລື, ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຖື​ວ່າ ​ເລື່ອງ​ຈັດ​ແບ່ງ​ງົບປະມານ​ໃຫ້ 2 ​ໂຄງການ​ບໍ່​ທັນ​ມີ​ຈຸດ​ສຸມ, ​ເພາະສະ​ນັ້ນ, ຕ້ອງ​ເລືອກບັນດາ​ໂຄງການ​ໃຫ້​ບຸລິມະສິດ​​ເພື່ອລົງທຶນ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ຫີຼວ (Uong Chu Luu) ຍົກ​ຄຳ​ເຫັນ​ວ່າ.

“ພວກ​ເຮົາ​ຕ້ອງ​ລົງທຶນ​ກໍ່ສ້າງ​ບັນດາ​ຮູບ​ແບບ​ທົດ​ລອງ ​ເພື່ອຄວບ​ຄຸມ, ​​ແກ້​ໄຂ​ສິ່ງ​ເສດ​​ເຫຼື​ອ, ຫັນປ່ຽນ​ວິຊາ​ຊີບ, ນຳ​ວິທະຍາສາດ​​ເຕັກ​ໂນ​ໂລ​ຊີເຂົ້າ​ໃນ​ການ​ແກ້​ໄຂ​ມົນ​ລະ​ຜິດ, ພ້ອມ​ກັນ​ນັ້ນ​ແມ່ນ​ໂຄສະນາ​ໃຫ້​ປະຊາຊົນ, ວິ​ສາ​ຫະກິດ ​ເພື່ອ​ແນ​ໃສ່​ສ້າງ​ການ​ຫັນປ່ຽນ​ກ່ຽວ​ກັບ​ສະຕິ. ຈາກ​ບັນດາ​ຮູບ​ແບບທົດ​ລອງ​ນີ້ ຈະ​ຜັນ​ຂະຫຍາຍ ທະວີ​ຄຸນ​ໃນ​ທົ່ວ​ປະ​ເທດ, ຫີຼິກລ້ຽງ​ສະພາບການ​ຜັນ​ຂະຫຍາຍ​ໂດຍ​ບໍ່​ມີ​ຈຸດ​ສຸມ ເຊິ່ງບໍ່​ມີ​ມາດຖານ​ຢ່າງ​ລະອຽດ”.

ຕາມ​ໃບ​ສະ​ເໜີ​ຂອງ​ລັດຖະບານ, ​ງົບປະມານທັງ​ໝົດທີ່​ຈັດ​ແບ່ງ​ໃຫ້​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ​ເພື່ອຮັບ​ມື​ກັບການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ​ແກ້​ໄຂ​ມົນ​ລະ​ຜິດ​ສິ່ງ​ແວດ​ລ້ອມ​ໃນ​ປີ 2013 ​ແມ່ນ​ເກືອບ 390 ຕື້​ດົງ.

ແລະ​ກໍ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​​ໄດ້ສຸມ​ໃສ່​ປຶກສາ​ຫາລືບັນດາ​ບັນຫາ​ໃຫຍ່ທີ່ຍັງ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າ​ງກັນ​ຂອງຮ່າງກົດໝາຍ​ວ່າ​ດ້ວຍ​ການ​ໄກ​ເກ່ຍປອງ​ດອງ​ຢູ່ຂັ້ນ​ຮາກ​ຖານ ​.

ຂ່າວ/ບົດ​ອື່ນ