ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳຄິດຄຳເຫັນກ່ຽວກັບການສະຫລຸບຂາດຕົວງົບປະມານແຫ່ງລັດປີ 2011

ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳຄິດຄຳເຫັນກ່ຽວກັບການສະຫລຸບຂາດຕົວງົບປະມານແຫ່ງລັດປີ 2011 - ảnh 1
ວາລະ​ປະຊຸມ​ຄັ້ງ​ທີ 17
(ພາບ: TTXVN)


(vovworld) - ​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 17, ຕອນ​ເຊົ້າ​ວັນ​ທີ 10/04, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​​ໄດ້ໃຫ້​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ການ​ສະຫລຸບຂາດ​ຕົ​ວ​ງົບປະມານ​ແຫ່ງ​ລັດ​ປີ 2011. ຕາມ​ລາຍ​ງານ​ຂອງ​ລັດຖະບານ, ຍອດ​ຈຳນວນລາຍ​ຮັບງົບປະມານ​ແຫ່ງ​ລັດ​ປີ 2011 ​ແມ່ນ​ເກືອບ 970.000 ຕື້​ດົງ. ​ໃນ​ນັ້ນ, ລາຍ​ຮັບ​ຕາມ​​ແຜນ​ງົບປະມານຂອງ​ສະພາ​ແຫ່ງ​ຊາດ​ໃນ​ປີ 2011 ​ແມ່ນ​ກວ່າ 270.000 ຕື້​ດົງ, ​ເພີ່ມ​ຂຶ້ນ 21,3% ​​ເມື່ອ​ທຽບ​ໃສ່​ແຜນ​ງົບປະມານ. ​ແຕ່​ຕາມ​ຄຳ​ເຫັນ​ຂອງສະມາຊິກສ່ວນ​ຫຼາຍ​ໃນຄະນະ​ປະຈຳ​ສະພາ​ແຫ່ງ​ລາດ​ແລ້ວ, ​ລາຍ​ຮັບ​ງົບ​ປະທານ​ຂອງ​ລັດ​ລື່ນ​ກາຍແຜນ​ງົບປະມານ​ທົບ 3 ​ເທົ່າ​ເມື່ອ​ທຽບ​ໃສ່​ຄາດໝາຍ​ສູ້​ຊົນ​ເພີ່ມ​ລາຍ​ຮັບ​ຂອງ​ລັດຖະບານ. ສິ່ງ​ດັ່ງກ່າວ​ສະ​ແດງໃຫ້​ເຫັນ​ວ່າ ວຽກ​ງານ​ວາງແຜນ​ງົບປະມານ​ຍັງ​ບໍ່​ທັນ​ໃກ້ຊິດ​ກັບ​ຕົວ​ຈິ່ງ​, ອັນ​ໄດ້​ສົ່ງ​ຜົນ​ສະທ້ອນ​ສ່ວນ​ໃດ​ສ່ວນ​ໜຶ່ງ​ເຖິງ​ວຽກ​ງານ​ຊີ້​ນຳ, ບໍ​ລິ​ຫານ​ງົບ​ປະມາ​ແຫ່ງ​ລັດ. ມີ​ຫລາຍຄຳເຫັນ​ໃຫ້​ຂ້ໍ​ສັງ​ເກ​ດວ່າ ຈຳນວນ​ລາຍ​ຮັບ​ງົບ​ປະທານ​ແຫ່ງ​ລັດ​ລື່ນກາຍແຜນ​ງົບປະມານແມ່ນ​ຍ້ອນລາຄາ​ເພີ່ມ​ຂຶ້ນ, ​ເລື່ອງ​ປັບປຸງ​ເພີ່ມ​ພາສີ​ນຳ​ເຂົ້າ​ສຳລັບສິນຄ້າ​ບາງ​ປະ​ເພດ​ທີ່​ບໍ່​ສົ່ງ​ເສີມ​ນ້ຳ​ເຂົ້າ ​ແລະ ​ເພີ່ມບ້ວງ​ລາຍ​ຮັບ​ກ່ຽວ​ກັບ​ເຮືອນ​ຢູ່ ​ແລະ ທີ່​ດິນ. ປັດ​ໃຈ​ຈາກ​ການ​ຜະລິດດຳ​ເນີນ​ທຸລະ​ກິດ​ກວມພຽງ​ປະມານ 20% ຍອດ​ຈຳນວນ​ລາຍ​ຮັບ. ສະ​ນັ້ນ, ລາຍ​ຮັບ​ງົບ​ປະທານ​ແຫ່ງ​ລັດ​ເຖິງ​ວ່າ​ຈະ​ເພີ່ມ​ຂຶ້ນ​ສູງ ​ແຕ່ບໍ່​ໃກ້ຊິດ​ກັບ​ກຳລັງ​ພາຍ​ໃນ​ຂອງ​ພື້ນຖານ​ເສດຖະກິດ.

ກ່ຽວ​ຂ້ອງ​ເຖິງ​ລາຍ​ຈ່າຍ​ງົບ​ປະທານ​ແຫ່ງ​ລັດ​ໃນ​ປີ 2011, ຍອດ​ຈຳ​ນວນ​ລາຍ​ຈ່າຍງົບປະມານ​ແຫ່ງ​ລັດ​ຕາມລາຍ​ງານ​ຂອງ​ລັດຖະບານ​ໄດ້​ລື່ນ​ກາຍ 8,5% ​ແມ່ນ​ທຽບ​ໃສ່​ແຜນ​ງົບປະມານ, ​ເຊິ່ງຕົ້ນ​ຕໍ່​ແມ່ນ​​ເພີ່ມ​ລາຍ​ຈ່າຍ​ໃຫ້​ແກ່​ການ​ລົງທຶນ​ພັດທະນາ.

ຂ່າວ/ບົດ​ອື່ນ