ຄະນະປະຈຳສະພາແຫ່ງຊາດປຶກສາຫາລືກ່ຽວກັບວຽກງານຕິດຕາມກວດກາປີ2017
ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ
ຕ່ອງທິຟ໋ອງ ກ່າວຄຳເຫັນທີ່ວາລະປະຊຸມ
(ພາບສຳນັກຂ່າວສານຫວຽດນາມ)
(vovworld) – ໂດຍສືບຕໍ່ວາລະປະຊຸມເທື່ອທີ 50 ຂອງຄະນະປະຈຳສະພາແຫ່ງຊາດ, ຕອນເຊົ້າວັນທີ 12/07, ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນກ່ຽວກັບການຄາດຄະເນໂຄງການເຄື່ອນໄຫວການຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດປີ 2017; ລາຍການສ້າງກົດໝາຍ, ລັດຖະບັນຍັດຂອງສະພາແຫ່ງຊາດປີ 2017 ແລະ ການຄາດຄະເນດັດປັບໂຄງການສ້າງກົດໝາຍ ແລະ ລັດຖະບັນຍັດປີ 2016.
ຕາມທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໂດບ໋າຕີ້ ແລ້ວ, ໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ ຈະເລີ່ມຕົ້ນແຕ່ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14 ດ້ວຍບັນດາວຽກງານຄື: ພິຈາລະນາ, ປຶກສາຫາລືບົດລາຍງານເພີ່ມເຕີມຂອງລັດຖະບານກ່ຽວກັບການຕີລາຄາໝາກຜົນແຫ່ງການປະຕິບັດໜ້າທີ່ພັດທະນາເສດຖະກິດ, ສັງຄົມ ແລະ ງົບປະມານແຫ່ງລັດປີ 2016, ບົດລາຍງານກ່ຽວກັບການສະຫລຸບຂາດຕົວງົບປະມານແຫ່ງລັດປີ 2015; ຕິດຕາມກວດກາເລື່ອງແກ້ໄຂຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງທີ່ສົ່ງເຖິງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ 14; ການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ; ການຕິດຕາມກວດກາຫົວເລື່ອງສະເພາະ. ດ້ວຍເລື່ອງຕິດຕາມກວດກາຫົວເລື່ອງສະເພາະ, ສະພາແຫ່ງຊາດຈະສຸມໃສ່ເຂົ້າໃນບັນດາບັນຫາເຄັ່ງຮ້ອນໃນລະດັບມະຫາພາກ ທີ່ມີຜົນສະທ້ອນເຖິງຊີວິດການເປັນຢູ່ດ້ານເສດຖະກິດ, ສັງຄົມທີ່ໄດ້ຮັບຄວາມເອົາໃຈໃສ່ຈາກປະຊາຊົນ ແລະ ສະມາຊິກສະພາແຫ່ງຊາດ. ຄາດຄະເນວ່າ: ສະພາແຫ່ງຊາດຈະຕິດຕາມກວດກາຫົວເລື່ອງສະເພາະໃນກອງປະຊຸມສະໄໝສາມັນ 2 ຄັ້ງໃນປີ; ຄະນະປະຈຳສະພາແຫ່ງຊາດຕິດຕາມກວດກາ 2 ຫົວເລື່ອງສະເພາະໃນວາລະປະຊຸມເດືອນ 8 ແລະ ເດືອນ 9 ປີ 2017; ສະພາຊົນເຜົ່າຕິດຕາມກວດກາ 3 – 4 ຫົວເລື່ອງສະເພາະ; ກຳມາທິການຕ່າງໆຕິດຕາມກວດກາ 1 – 2 ຫົວເລື່ອງສະເພາະ, ລາຍງານໝາກຜົນຕໍ່ຄະນະປະຈຳສະພາແຫ່ງຊາດ ແລະ ສົ່ງບົດລາຍງານເຖິງສະມາຊິກສະພາແຫ່ງຊາດ.
ມີ 6 ເນື້ອໃນຫົວເລື່ອງສະເພາະໄດ້ຮັບການສະເໜີ ນັ້ນແມ່ນ: ການປະຕິບັດນະໂຍບາຍກົດໝາຍກ່ຽວກັບການຄຸ້ມຄອງຄຸນນະພາບ, ຄວາມປອດໄພສຸຂະອະນາໄມດ້ານອາຫານໄລຍະ 2011 – 2016; ເລື່ອງຕິດຕາມກວດກາກ່ຽວກັບການລົງທຶນ ແລະ ຂຸດຄົ້ນບັນດາໂຄງການຄົມມະນາຄົມຕາມຮູບການ BOT; ເລື່ອງປະຕິຮູບການບໍລິຫານແຫ່ງລັດໄລຍະ 2011 – 2020; ບຳລຸງກໍ່ສ້າງເໜືອຫລັງມະຫາວິທະຍາໄລ, ກໍ່ສ້າງວິຊາຊີບຕິດພັນກັບການແກ້ໄຂວຽກເຮັດງານທຳ; ເລື່ອງປະຕິບັດນະໂຍບາຍ, ກົດໝາຍກັບຊາວປະມົງ ແລະ ພັດທະນາເສດຖະກິດທະເລ; ກຳຈັດສິ່ງເສດເຫຼືອຂອງບັນດາຮາກຖານອຸດສາຫະກຳ, ການບໍລິການ, ໝູ່ບ້ານຫັດຖະກຳ, ເຂດຊຸມຊົມ.