ວາລະປະຊຸມເທື່ອທີ 43ຄະນະປະຈຳສະພາແຫ່ງຊາດ
(ພາບປະກອບ)
(vovworld) – ໂດຍສືບຕໍ່ລາຍການເຮັດວຽກວາລະປະຊຸມເທື່ອທີ 43, ວັນທີ 10/12, ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນໃສ່ຮ່າງມະຕິປັບປຸງ, ເພີ່ມເຕີມບາງມາດຕາກ່ຽວກັບການປະກາດໃຊ້ແບບຟອມລະດັບພາສີຊັບພະຍາກອນ. ຄຳເຫັນສະມາຊິກຄະນະປະຈຳສະພາແຫ່ງຊາດສ່ວນຫລາຍເຫັນດີເຫັນພ້ອມກັບຄວາມຈຳເປັນປະກາດໃຊ້ມະຕິປັບປຸງ, ເພີ່ມເຕີມບາງມາດຕາປະກາດໃຊ້ແບບຟອມລະດັບພາສີຊັບພະຍາກອນ ແລະ ເຫັນດີເປັນເອກະພາບດັດປັບລະດັບພາສີຊັບພະຍາກອນສຳລັບກຸ່ມຊັບພະຍາກອນໂລຫະ; ກຸ່ມວັດສະດຸກໍ່ສ້າງ ແລະ ກຸ່ມນ້ຳທຳມະຊາດຕາມໃບສະເໜີຂອງລັດຖະບານ.
ແລະກໍໃນວາລະປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ໃບສະເໜີຂອງລັດຖະບານກ່ຽວກັບການປະກາດໃຊ້ກົນໄກຄຸ້ມຄອງການເງິນ ແລະ ພະນັກງານບັນຈຸສຳລັບອົງການສ່ວຍສາອາກອນ, ອົງການພາສີໄລຍະ 2016 – 2020; ໃຫ້ຄຳເຫັນໃສ່ລັດຖະບັນຍັດຄຸ້ມຄອງຕະຫລາດ; ຄ່າໃຊ້ຈ່າຍການຄຸ້ມຄອງຂອງປະກັນ ສັງຄົມ ຫວຽດນາມ ແລະ ໂອນປະມານແຫ່ງລັດເຂົ້າກອງທຶນປະກັນສັງຄົມຢ່າງບັງຄັບ.