(vovworld) – ໂດຍສືບຕໍ່ວາລະປະຊຸມເທື່ອທີ 33, ຕອນເຊົ້າວັນທີ 23/12, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ) ເພື່ອກະກຽມຮັບເອົາຄຳເຫັນຈາກປະຊາຊົນ. ປຶກສາຫາລືທີ່ວາລະປະຊຸມ, ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດສ່ວນຫຼາຍເຫັນດີເຫັນພ້ອມຕໍ່ ເນື້ອໃນທັງໝົດຂອງຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ) ຊຶ່ງຄະນະຮຽບຮຽງໄດ້ຮັບເອົາ, ປັບປຸງພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 8 ຜ່ານມາ, ພ້ອມທັງເຫັນດີເປັນເອກະສັນຕໍ່ເນື້ອໃນຮ່າງປະມວນກົດໝາຍທີ່ໄດ້ຍົກອອກ ເພື່ອຮັບເອົາຄຳເຫັນຈາກປະຊາຊົນ. ປຶກສາຫາລື 2 ວິທີກ່ຽວກັບຮູບການກຳມະສິດໃນຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ), ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຖືວ່າ: ຄວນໄຈ້ແຍກຂໍ້ອ້າງອີງຂອງແຕ່ລະແຜນການຢ່າງຈະແຈ້ງ ເພື່ອໃຫ້ປະຊາຊົນເລືອກເຟັ້ນ; ພ້ອມທັງຄວນເຮັດແຈ້ງລະຫວ່າງຮູບການກຳມະສິດ ແລະ ລະບອບກຳມະສິດ. ຕາມຮ່າງມະຕິແລ້ວ, ເວລາຮັບເອົາຄຳເຫັນຈາກປະຊາຊົນສຳລັບຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ), ຈະເລີ່ມດຳເນີນແຕ່ວັນທີ 15/01/2015 ແລະ ຈະສິ້ນສຸດໃນວັນທີ 31/03/2015.
ແລະກໍ່ໃນຕອນເຊົ້າມື້ນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນແກ່ລາຍການເຄື່ອນໄຫວການຕ່າງປະເທດ ແລະ ການຮ່ວມມືສາກົນປີ 2015 ຂອງບັນດາອົງການສະພາແຫ່ງຊາດ.