ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍສານປະຊາຊົນ (ສະບັບປັບປຸງ)

ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍສານປະຊາຊົນ (ສະບັບປັບປຸງ) - ảnh 1
ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​
ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສານ​ປະຊາຊົນ (ສະບັບ​ປ​ັບປຸງ)
(ພາບ: TTXVN)


(vovworld) – ຕອນ​ເຊົ້າ​ວັນ​ທີ 23/09, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສືບ​ຕໍ່​​ການ​ປະຊຸມ​ແລະ ໃຫ້​ຄຳ​ເຫັນ​ຕໍ່ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສານ​ປະຊາຊົນ (ສະບັບ​ປັບປຸງ​). ບັນດາ​ສະມາຊິກ​ໃນ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ເຫັນ​ດີ​ກັບ​ຂໍ້​ກຳນົດກ່ຽວ​ກັບ​ເລື່ອງ “ສານ​ປະຕິບັດ​ສິດ​ຍຸຕິ​ທຳ”. ບັນດາ​ສະ​ມາຊິກ ສະ​ເໜີ​ຕ້ອງ​ມີ​ບັນດາຫຼັກການ​, ຂໍ້ກຳນົດ​ກ່ຽວ​ກັບ​ລະບຽບ​ການ​ປະຕິບັດ​ໜ້າ​ທີ່, ສິດ​ອຳນາດຂອງ​ສານ​​ໃນ​ກົດໝາຍຢ່າງລະອຽດ . ບັນດາ​ຂໍ້​ກຳນົດ​ຕ້ອງ​ມີ​ລັກ​ສະນະ​ເຄັ່ງ​ຄັດ, ຫຼີກ​ລ້ຽງ​ປັດ​ໃຈ​ທີ່ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພິພາກສາ​ເອກະລາດ​ຂອງຜູ້​ພິພາກສາ, ຮັບປະກັນ​ສິດ​ໄດ້​ແກ້ຄວາມ, ອາ​ໄສຜູ້​​ແກ້ຄວາມ ​ແລະ ສິດ​​​ໂຕ້​ຄວາມເມື່ອ​ເປີດ​ສານພິພາກສາ.

        ​ໃນ​ຕອນ​ເຊົ້າ​ວັນ​ດຽວກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ຄຳ​ເຫັນຕໍ່​ບາງ​ບັນຫາ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍອົງການ​​ໄອ​ຍະ​ການ​ປະຊາຊົນ (ສະບັບ​ປັບປ​ຸງ).

ຂ່າວ/ບົດ​ອື່ນ