ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍໜູນຊ່ວຍວິສາຫະກິດຂະໜາດກາງແລະນ້ອຍ
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ
(ພາບ: TTXVN)
(vovworld) - ຄວາມຈຳເປັນປະກາດໃຊ້ກົດໝາຍວ່າດ້ວຍໜູນການຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງແມ່ນເນື້ອໃນທີ່ໄດ້ຮັບຄວາມສົນໃຈຈາກບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ, ໃຫ້ຄຳເຫັນທີ່ກອງປະຊຸມປຶກສາຫາລືໃນຕອນເຊົ້າວັນທີ 06/10. ຄະນະຮຽບຮຽງໃຫ້ຮູ້ວ່າ: ກົດໝາຍໄດ້ຮັບການຮຽບຮຽງເພື່ອໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ເໝາະສົມກັບຫຼັກການຕະຫລາດ, ບໍ່ຈຳແນກການປະພຶດ, ຮັບປະກັນບໍ່ລະເມີດບັນດາສົນທິສັນຍາສາກົນ ຊຶ່ງ ຫວຽດນາມ ເປັນສະມາຊິກ. ກ່າວຄຳເຫັນສະຫຼຸບເນື້ອໃນກອງປະຊຸມປຶກສາຫາລື, ທ່ານຮອງປະທານສະພາແຫ່ງຊາດ ຟຸງກວກຫຽນ ຢືນຢັນວ່າ: ຄະນະປະຈຳສະພາແຫ່ງຊາດ ສະໜັບສະໜູນທັດສະນະໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງພັດທະນາ, ຜ່ານນັ້ນ ສ້າງທ່ວງທ່າໃຫ້ແກ່ການພັດທະນາເສດຖະກິດຂອງປະເທດຊາດ. ທ່ານຮອງປະທານສະພາແຫ່ງຊາດ ຟຸງກວກຫຽນ ຊີ້ແຈ້ງວ່າ: ຄະນະປະຈຳສະພາແຫ່ງຊາດ ເຫັນດີເປັນເອກະພາບຄວນໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍຜ່ານການປັບປຸງ ກົດໝາຍ, ພ້ອມທັງ ສະເໜີຄະນະຮຽບຮຽງສ້າງຮ່າງກົດໝາຍໃຫ້ສົມບູນແບບຖືກຕາມເອກະສານນິຕິກຳ, ມີການກຳນົດລະອຽດ ແລະ ຮັບປະກັນຫຼັກການຕະຫລາດ.