ຄະນະປະຕິບັດງານກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດຢ້ຽມຢາມການາດາ
ຄະນະປະຕິບັດງານຫວຽດນາມ ເຮັດວຽກຢູ່ກະຊວງການຕ່າງປະເທດ ການາດາ
(ພາບ: D.Hoa-T.Hải-V.Luyến/Vietnam+)
(vovworld) - ໃນລະຫວ່າງວັນທີ 9 – 15/3, ຄະນະປະຕິບັດງານໂດຍທ່ານ ຫງວຽນແທງເຊີນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນຳໜ້າມີການພົບປະກັບບັນດາຊາວ ຫວຽດນາມ ອາໄສຢູ່ ການາດາ ຢູ່ ນະຄອນ Ottawa ພ້ອມກັບນະຄອນໃຫຍ່ 2 ແຫ່ງແມ່ນ Vancouver ແລະ Toronto.
ທີ່ນະຄອນ Ottawa, ທ່ານຮອງລັດຖະມົນຕີ ຫງວຽນແທງເຊີນ ມີການເຮັດວຽກກັບທ່ານຮອງລັດຖະມົນຕີຜູ້ທີ່ໜຶ່ງກະຊວງການຕ່າງປະເທດ ການາດາ Daniel Jean ແລະ ຜູ້ຕາງໜ້າການນຳກະຊວງຕຳຫຼວດ ແລະ ເຂົ້າເມືອງ ການາດາ ເພື່ອແລກປ່ຽນກ່ຽວກັບສະພາບປະຊາຄົມຊາວ ຫວຽດນາມ ຢູ່ ການາດາ, ການພົວພັນ 2 ຝ່າຍ ແລະ ບັນດາບັນຫາພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ຢູ່ນະຄອນ Vancouver ແລະ Toronto, ທ່ານຮອງລັດຖະມົນຕີ ຫງວຽນແທງເຊີນ ມີການພົບປະກັບປະຊາຄົມ, ດ້ວຍຫຼາຍພາກສ່ວນທີ່ແຕກຕ່າງກັນ. ທ່ານຮອງລັດຖະມົນຕີ ຫງວຽນແທງເຊີນ ກໍ່ສະຫງວນເວລາເພື່ອແຈ້ງບັນດາບັນຫາທີ່ພໍ່ແມ່ປະຊາຊົນສົນໃຈກ່ຽວກັບນະໂຍບາຍສະເໝີຕົ້ນສະເໝີປາຍໃນການຮັກສາຜືນແຜ່ນດິນອັນຄົບຖ້ວນ, ເຂດນ່ານທະເລ, ປົກປັກຮັກສາອະທິປະໄຕ ທະເລໝູ່ເກາະຂອງ ຫວຽດນາມ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຊາບ.