ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ເຮັດວຽກກັບຄະນະປະຈຳຄະນະພັກແຂວງອາຢາງ
(ພາບ: Chinhphu.vn)
(vovworld) – ໃນການເຮັດວຽກວັນທີ 26/9, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຫົວໜ້າຄະນະປະຕິບັດງານ, ໄດ້ມີການເຮັດວຽກກັບຄະນະປະຈຳຄະນະພັກແຂວງອາຢາງ ກ່ຽວກັບຜົນຂອງການກວດກາເລື່ອງການນຳຊີ້ນຳນຳພາ ແລະ ຈັດຕັ້ງການປະຕິບັດມະຕິສູນກາງທີ 4, ຊຸດທີ 11 “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ“ ແລະ ຄຳສັ່ງ 03 ຂອງກົມການເມືອງ “ສືບຕໍ່ຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ“ຢູ່ທ້ອງຖີ່ນ.
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກຢືນຢັນວ່າ ການປະຕິບັດມະຕິສູນກາງທີ 4, ຊຸດທີ 11 ແລະ ຄຳສັ່ງ 03 ຂອງກົມການເມືອງ ໄດ້ຊ່ວຍໃຫ້ທ້ອງຖີ່ນພັດທະນາເສດຖະກິດໄດ້ດີກວ່າ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຮັບປະກັນຊີວິດສັງຄົມ ສິ່ງດັ່ງກ່າວສະແດງໃຫ້ເຫັນການປະຕິບັດມະຕິ ແລະ ຄຳສັ່ງດັ່ງກ່າວແມ່ນເໝາະສົມກັບການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່.
ໄລຍະຜ່ານມາ, ແຂວງອານຢາງ ໄດ້ເຮັດວຽກງານຕ້ານການເສື່ອມທາດເສຍຄູນໃນໝູ່ພະນັກງານ, ສະມາຊິກພັກສ່ວນໜຶ່ງເປັນຢ່າງດີ, ສ້າງການຫັນປ່ຽນຢູ່ພາຍໃນແຂວງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບໃນການຊີ້ນຳ, ນຳພາພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມໃນທ້ອງຖີ່ນ ແລະ ສິ່ງສຳຄັນກວ່າແມ່ນເພີ່ມຄວາມໄວ້ເນື້ອເຊື່ອໃຈຂອງສະມາຊິກພັກ ແລະ ປະຊາຊົນທີ່ມີຕໍ່ພັກ.