ຄະນະປະຕິບັດງານຂອງ ອະນຸກຳມະການເອ ກະສານກອງປະຊຸມ ໃຫ່ຍຄັ້ງທີ 12 ຂອງພັກເຮັດວຽກຢູ່ບິງທ້ວນ


ຄະນະປະຕິບັດງານຂອງ ອະນຸກຳມະການເອ ກະສານກອງປະຊຸມ ໃຫ່ຍຄັ້ງທີ 12 ຂອງພັກເຮັດວຽກຢູ່ບິງທ້ວນ - ảnh 1

 (ພາບ: vov)

(vovworld) –​​​​​​​​​ ດ້ວຍ​ຈຸດປະສົງ​ຮັບ​ໃຊ້​ການ​ສ້າງ ​ແລະ ປັບປຸງ​ຮ່າງ​ບົດ​ລາຍ​ງານ​ການ​ເມືອງ​ທີ່​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫ່ຍພັກ​ກອມ​ມູນິດ​ຫວຽດນາມ ຄັ້ງທີ 12 ນັ້ນ, ວັນ​ທີ 9/11, ຄະນະ​ປະຕິບັດ​ງານ​ຂອງອະນຸ​ກຳມະການ​ເອກະສານ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 12 ຂອງ​ພັກໂດຍ​ທ່ານ​ດິງ​ເທ​ຮິງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ. ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ຮອງ​ຫົວໜ້າ​ອະນຸ​ກຳມະການ​ປະຈຳ​ອະນຸ​ກຳມະການ​ເອກະສານນຳ​ໜ້າ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ພັກ​ແຂວງ​ບິງ​ທ້ວນ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ, ວັດທະ​ນະ​ທຳ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ວຽກ​ງານ​ກໍ່ສ້າງພັກ, ສ້າງ​ລະບົບ​ການ​ເມືອງ​ຂອງ​ຄະນະ​ພັກ​ແຂວງ​ອາຍຸ​ການ 2010-2015. ຄະນະ​ປະຕິບັດ​ງານ​ໄດ້​ຮັບ​ຮູ້, ຕີ​ລາຄາ​ສູງ​ບັນດາ​ຄຳ​ເຫັນ​ປະກອບ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ມີ​ຄວາມ​ຮັບຜິດຊອບ ​ແລະ ບັນດາ​ຂໍ້​ສະ​ເໜີ​ທີ່​ແທດ​ຈິງ​ຂອງ​ຄະນະ​ປະຈຳ​ພັກ​ແຂວງ​ບິ່ງ​ທ້ວນ, ອັນ​ໄດ້​ປະກອບສ່ວນ​ປັບປຸງ​ຮ່າງ​ບົດ​ລາຍ​ງານ​ການ​ເມືອງ ທີ່ຍື່ນສະ​ເໜີ​ຕໍ່ກອງ​ປະຊຸມ​ໃຫ່ຍຄັ້ງທີ 12 ຂອງ​ພັກ./.

ຂ່າວ/ບົດ​ອື່ນ