ຄະນະປະຕິບັດງານຄະນະສາສະໜາລັດຖະບານຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ອີຕາລີ

ຄະນະປະຕິບັດງານຄະນະສາສະໜາລັດຖະບານຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ອີຕາລີ - ảnh 1
ຄະນະ​ປະຕິບັດ​ງານຫວຽດນາມ
ເຮັດວຽກກັບກະຊວງ​ພາຍ​ໃນ​ອີ​ຕາ​ລີ
(ພາບ: Vietnam+)


(vovworld) -     ຄະນະ​ປະຕິບັດ​ງານ​ລະຫວ່າງ​ຂະ​ແໜງ​ຂອງຄະນະ​ສາສະໜາ​ລັດຖະບານ​ຫວຽດນາມ ​ໂດຍ​ທ່ານ​ Pham Dung ຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ, ຫົວໜ້າ​ຄະນະ​ສາສະໜາລັດຖະບານ​​ນຳ​ໜ້າ, ​ໄດ້ມີ​ການຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ອີ​ຕາ​ລີ ​ໃນ​ລະຫວ່າງ​ວັນ​ທີ 4 – 9/11, ​ເພື່ອ​ຊອກ​ຮູ້​ບັນຫາ​ສາສະໜາ ​ແລະ ​ເລື່ອງ​ຄຸ້ມ​ຄອງ​​ລັດ​ທີ່​ມີ​ຕໍ່​ບັນດາ​ນີ້. ​ໃນ​ໄລຍະ​ທີ່​​ເຮັດ​ວຽກ​ຢູ່​ອີ​ຕາ​ລີ, ຄະນະ​ຜູ້​ແທນ​ໄດ້​ມີ​ການ​ພົບ​ປະ​ ​ແລະ ​ເຮັດ​ວຽກ​ກັບ​ທ່ານ​ເລຂາທິການ​ໃຫຍ່​ກະຊວງ​ເຜີຍ​ແຜ່​ສາສະໜາ Vatican Savio Hon Tai Fai, ສັງຄະ​ນາຍົກ, ຫົວໜ້າ​ເຂດ​ຊາວ​ຄຼິດ Roma  Filippo Iannone, ທ່ານຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ອີ​ຕາ​ລີ Saverio Ruperto, ​ເຂົ້າ​ຢ້ຽມຢຂໍ່ານັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດສຳນັກ Vatican Dominique Mamberti ​ແລະ ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Vatican Ettore Balestrero. ນອກ​ນັ້ນ, ຄະນະ​ຜູ້​ແທນ​ກໍ​ໄປ​ຢ້ຽມຢາມ​ໂຮງໝໍ​ເດັກ Bambino Gesu ຂອງ Vatican ທີ່​ພວມ​ມີ​ການ​ຮ່ວມ​ມື​ກັບ​ໂຮງໝໍ​ເດັກ​ຮ່າ​ໂນ້ຍ.

        ຜ່ານ​ການ​ເຮັດ​ວຽກ​ກັບທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ອີ​ຕາ​ລີ Ruperto, ສອງ​ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍກົດໝາຍ​ທີ່​ກ່ຽວ​ຂ້ອງ​ເຖິງການ​ເຊື່ອ​ຖື​ສາສະໜາ, ສະພາບ​ສາສະໜາ​ກໍ​ຄື​ຊີວິດ​​ໃນ​ການ​ເຫຼື້ອມ​ໄສ​ສາສະໜາ​ຂອງ​ແຕ່ລະ​ຝ່າຍ. ທ່ານ​ຮອງ​ລັດຖະມົນຕີ Pham Dung ​ເນັ້ນ​ໜັກ​ວ່າ, ລັດຖະບານ​ຫວຽດນາມ ​ເຄົາລົບ​ ​ແລະ ຮັບປະກັນ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະໜາ​ຂອງ​ປະຊາຊົນ, ຍາມ​ໃດ​ກໍ​ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ຊ່ວຍ​ເຫຼືອ​ບັນດາ​ອົງການ​ສາສະ​ໜາ. ພັກ ​ແລະ ລັດ​ຫວຽດນາມ ​ໄດ້​ມີ​ບັນດາ​ນະ​ໂຍບາຍ​ສາສະໜາ​ທີ່​ຖືກຕ້ອງ, ​​ເປີດ​ເຜີຍ, ​ເຄົາລົບ, ປົກ​ປ້ອງ​ສິດ​​ເສລີ​ໃນການ​ເຫຼື້ອມ​ໄສສາສະໜາ​ຂອງ​ປະຊາຊົນ.

ຂ່າວ/ບົດ​ອື່ນ