ທ່ານ Kover Laszlo ປະທານສະພາແຫ່ງຊາດ ຮຸງກາຣີ
(ພາບ: ອິນເຕີນແນັດ)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານ ຫງວຽນຊິງຮຸ່ງ ປະທານສະພາແຫ່ງຊາດ ຫວຽດນາມ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຮຸງກາຣີ ໂດຍທ່ານ Kover Laszlo ປະທານສະພາແຫ່ງຊາດ ນຳໜ້າ ຈະຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 8 – 13/11/2015. ກ່ອນນີ້ 65 ປີ ວັນທີ 3/2/1950, ຮຸງກາຣີ ໄດ້ຮັບຮອງ ແລະ ສ້າງຕັ້ງການພົວພັນທາງການທູດກັບ ຫວຽດນາມ ນີ້ເປັນຂີດໝາຍການມີໜ້າຂອງ ຮຸງກາຣີ ຢູ່ພາກພື້ນ ອາຊີຕາເວັນອອກ. 2 ປະເທດໄດ້ຈັດຕັ້ງບັນດາການເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນຄະນະຂັ້ນສູງເປັນປະຈຳ. ຫວ່າງແລ້ວນີ້, ໃນເດືອນ 11/2014, ທ່ານປະທານາທິບໍດີ ຮຸງກາຣີ Ader Janos ພ້ອມກັບຄະນະຜູ້ແທນຂັ້ນສູງລັດ ຮຸງກາຣີ ໄດ້ມີການຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ. ດ້ວຍການພົວພັນຮ່ວມມືຢ່າງເລິກເຊິ່ງ ກ້ວາງຂວາງໃນຫລາຍຂົງເຂດ, ການຢ້ຽມຢາມ ຫວຽດນາມ ໃນໄລຍະຈະມາເຖິງຂອງທ່ານປະທານສະພາແຫ່ງຊາດ ຮຸງກາຣີ Kover Laszlo ໄດ້ຮັບຫວັງວ່າ: ຈະສືບຕໍ່ຍົກສູງການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ ແລະ ການຮ່ວມມື 2 ຝ່າຍ ຫວຽດນາມ - ຮຸງກາຣີກ່ວາອີກ.