ຄະນະຜູ້ແທນ ດູມາແຫ່ງຊາດລັດເຊຍມາຢ້ຽມຢາມຫວຽດນາມ

ຄະນະຜູ້ແທນ ດູມາແຫ່ງຊາດລັດເຊຍມາຢ້ຽມຢາມຫວຽດນາມ - ảnh 1
ພາບປະກອບ

​(vovworld) – ຍາມ​ໃດ​ຫວຽດນາມ​ ກໍ່​ຖື​ເປັນ​ສຳຄັນ​ສາຍ​ພົວພັນ​ຮ່ວມ​ມື​ຢ່າງຮອບດ້ານ​ກັບ​ສະຫະພັນ​ລັດ​ເຊຍ, ​ແລະ ຖື​ລັດ​ເຊຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ. ນັ້ນ​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລື​ວ ທີ່​ການ​ເຈລະຈາ​ເມື່ອ​ວັນ​ທີ 23/12 ຢູ່​ຮ່າ​ໂນ້ຍ ກັບ​ທ່ານ​ຮອງ​ປະທານ​ຜູ້​ທີໜຶ່ງ​ດູ​ມາ​ແຫ່ງ​ຊາດ​ລັດ​ເຊຍ (ສະພາ​ຕຳ່​ລັດ​ເຊຍ) Ivan Melnikov ທີ່​ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ. ທີ່​ການ​ເຈລະຈາ, ສອງ​ຝ່າຍ​ຖື​ວ່າ, ​ໄລຍະ​ຈະ​ມາ​ເຖິງ, ຄວນ​ຕັ້ງໜ້າ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ຕ່າງໆ​ທີ່​ໄດ້​ຮັບ​ການ​ລົງ​ນາມ​, ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ຂັ້ນ​ກຳມາ​ທິການ, ກຸ່ມສະມາຊິກ​ສະພາ​ແຫ່ງ​ຊາດມິດຕະພາບ, ​ເພີ່ມ​ທະວີ​ການ​ແລກປ່ຽນ, ​ແບ່ງ​ປັນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ການ​ພົບ​ປະ​ນອກ​ກອງ​ປະຊຸມ​ພາກ​ພື້ນ ​ແລະ ສາກົນ. ສອງ​ຝ່າຍ​ກໍ່​ເຫັນ​ດີ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ອົງການ​ນິຕິບັນຍັດ​ກວ່າ​ອີກ, ສ້າງ​ສະພາບ​​ແວດ​ລ້ອມ​ດ້ານກົດໝາຍທີ່ສະດວກ​ສະບາຍ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ສອງ​ປະ​ເທດ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ, ສົ່ງ​ເສີມ​ດ້ານ​ການ​ຄ້າ, ການ​ລົງທຶນນຳ​ກັນ.

ຂ່າວ/ບົດ​ອື່ນ