ຄະນະຜູ້ແທນກົມບຸກຄະລາກອນກະຊວງປ້ອງກັນປະເທດແຫ່ງລາຊະອານາຈັກກຳປູເຈຍ ມາຢ້ຽມຢາມຫວຽດນາມ
ພົນຕີ ມາຍກວາງເຟືນ ຕ້ອນຮັບພົນຕີ Khieu Sa Phat
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 24/06, ຢູ່ຮ່າໂນ້ຍ, ພົນຕີ ມາຍກວາງເຟືນ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບພົນຕີ Khieu Sa Phat, ຮອງຫົວໜ້າກົມໃຫຍ່ບຸກຄະລາກອນກະຊວງປ້ອງກັນປະເທດແຫ່ງລາຊະອານາຈັກກຳປູເຈຍ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ພົນຕີ ມາຍກວາງເຟືນ ເນັ້ນໜັກວ່າ: ດ້ວຍສະເໝີຕົ້ນສະເໝີປາຍ, ຍາມໃດກອງທັບ ແລະ ປະຊາຊົນຫວຽດນາມ ກໍ່ປາດຖະໜາວ່າ ກອງທັບ ແລະ ປະຊາຊົນ 3 ປະເທດຫວຽດນາມ - ລາວ - ກຳປູເຈຍ ສືບຕໍ່ສະແດງໃຫ້ເຫັນເຈດຈຳນົງ, ຄວາມຕັດສິນໃຈຕໍ່ສູ້ຕ້ານກົນອຸບາຍແບ່ງແຍກຄວາມສາມັກຄີຂອງບັນດາວຸດທິກຳລັງທີ່ເປັນປໍລະປັກ, ພ້ອມກັນສ້າງສາປະເທດຊາດໃຫ້ນັບມື້ນັບພັດທະນາ. ພົນຕີ ມາຍກວາງເຟືນ ໄດ້ຂອບໃຈກຳປູເຈຍ ໃນໄລຍະຜ່ານມາໄດ້ອອກສຽງຄັດຄ້ານເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນໄຮ່ຢາງ 981 ຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ; ພ້ອມທັງສະເໜີວ່າ ໃນໄລຍະຈະມາເຖິງ ກຳປູເຈຍ ຈະສືບຕໍ່ມີສຽງເວົ້າພ້ອມກັບປະຊາຊົນຫວຽດນາມ ແລະ ປະຊາຄົມສາກົນ ຕໍ່ສູ້ກັບການກະທຳທີ່ຜິດພາດຂອງຈີນ.