(vovworld) - ຕອນເຊົ້າວັນທີ 3/9, ຄະນະຜູ້ແທນຂັ້ນສູງແຂວງຈຳປະສັກ ໂດຍທ່ານສອນໄຊ ສີພັນດອນ ກຳມະການສູງການພັກ, ເລຂາ, ເຈົ້າແຂວງແຂວງຈຳປະສັກ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງດັກລັກ. ໃນຊຸມປີຜ່ານມາ, ການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງສອງແຂວງ ດັກລັກ - ຈຳປະສັກ ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ບັນລຸປະສິດທິຜົນ. ປະຈຸບັນ, ບັນດາວິສາຫະກິດຂອງດັກລັກ ໄດ້ລົງມຶນ 3 ໂຄງການຢູ່ລາວ ກ່ຽວກັບບັນດາຂົງເຂດຄື ກະສິກຳ, ປ່າໄມ້, ອຸດສາຫະກຳ. ບັນດາວິສາຫະກິດຂອງແຂວງດັກລັກ ກໍສ້າງທຸກເງື່ອນໄຂສະດວກ ແລະ ຊ່ວຍເຫຼືອໃຫ້ປະຊາຊົນຢູ່ບັນດາເຂດທີ່ມີໂຄງການກ່ຽວກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ບາງພື້ນຖານດ້ານວັດຖຸເຕັກນິກ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວ ແລະ ດຳລົງຊີວິດຂອງປະຊາຊົນ. ໃນໄລຍະຈະມາເຖິງ, ແຂວງດັກລັກ ຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ສົ່ງເສີມບັນດາວິສາຫະກິດໃນບໍລິເວນແຂວງເຂົ້າມາລົງທຶນຢູ່ລາວ. ທີ່ການເຮັດວຽກ, ໂດຍໄດ້ຮັບສິດຂອງທ່ານປະທານປະເທດລາວ, ທ່ານ ສອນໄຊ ສີພັນດອນ ໄດ້ມອບຫຼຽນໄຊ, ຫຼຽນກາຂອງລັດຖະບານລາວໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນຂອງແຂວງດັກລັກ ເຊິ່ງໄດ້ມີຜົນງານດີເດັ່ນໃນການປັບປຸງ ແລະ ພັດທະນາສາຍພົວພັນແບບພິເສດຫວຽດນາມ - ລາວ.