ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມລາວ

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມລາວ - ảnh 1
ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ
ແລະ ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ດວງ​ໃຈ ພິຈິດ
(ພາບ: Vietnam+)


(vovworld) - ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ​ໂດຍ​ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ນຳ​ໜ້າ, ​ໄດ້​ມີ​ການ​ຢ້ຽມຢາມ​ມິດຕະພາບ​ລາວ​ ໃນ​ລະຫວ່າງ​ວັນ​ທີ 05 – 07/01, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ດວງ​ໃຈ ພິຈິດ. ຕອນ​ເຊົ້າ​ວັນ​ທີ 06/01, ພາຍຫຼັງ​ພິທີ​ຕ້ອນຮັບ​ຢູ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ຢ່າງ​ເປັນ​ທາງ​ການ. ​ໃນ​ການ​ເຈລະຈາ​ລະຫວ່າງລັດຖະມົນຕີ 2 ທ່ານ, ທ່ານ​ລັດຖະມົນຕີ ຟຸ່ງກວາງ​ແທງ ຢືນຢັນ​ວ່າ, ພັກ, ລັດ, ປະຊາຊົນ ​ແລະ ກອງທັບ​ຫວຽດນາມ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ພ້ອມ​ກັບ​ພັກ, ລັດ, ປ​ະຊາ​ຊົນ ​ແລະ ກອງທັບ​ປະຊາຊົນ​ລາວ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ເພີ່ມ​ພູນຄູນ​ສ້າງ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ, ປະກອບສ່ວນ​ປົກປັກຮັກສາສັນຕິພາບ, ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ລັດຖະມົນຕີ​ທັງ 2 ທ່ານ ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່ໝາກຜົນ​ແຫ່ງການ​ຮ່ວມ​ມື​ອັນ​ແທດ​ຈິງ​ໃນ​ຫຼາຍ​ຂົງ​ເຂດ​ລະຫວ່າງ​ກອງທັບ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເຫັນ​ດີ​ນຳ​ກັນ​​​ຖື​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ບຳລຸງ​ສ້າງ, ​ແລກປ່ຽນ​ບົດຮຽນ​ດ້ານ​ຂໍ້​ມູນ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ສົມທົບ​ກັນ​ຍູ້​ແຮງ​ວຽກ​ງານ​ຊອກ​ຫາ, ທ້ອນ​ໂຮມ, ນຳອັດຖິ​ທະຫານ​ອາສາ​ສະໝັກ ​ແລະ ຜູ້​ຊ່ຽວຊານ​ຫວຽດນາມ ທີ່​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດຢູ່​ລາວ ຜ່ານ​ໄລຍະ​ຕ່າງໆກັບ​ເມື່ອ​ປະ​ເທດ. ​

        ​ເນື່ອງ​ໃນ​ໂອກາດ​ນີ້, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ແຜນການ​ຮ່ວມ​ມື​ປີ 2014.

ຂ່າວ/ບົດ​ອື່ນ