ຄະນະຜູ້ແທນຂັ້ນສູງທະນາຄານແຫ່ງລັດຫວຽດນາມ ຢ້ຽມຢາມລາວ
ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ຕ້ອນຮັບ
ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ຫງວຽນວັນບິ່ງ
(ພາບ: TTXVN)
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 17 – 19/12, ຄະນະຜູ້ແທນຂັ້ນສູງທະນາຄານແຫ່ງລັດຫວຽດນາມ ໂດຍທ່ານ ຫງວຽນວັນບິ່ງ, ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ນຳໜ້າ, ໄດ້ຮັບການຕ້ອນຮັບຈາກທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ແລະ ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໃນວັນທີ18/12. ຢູ່ທີ່ນີ້, ທ່ານຫງວຽນວັນບິ່ງ ໄດ້ແຈ້ງໃຫ້ຊາບເນື້ອໃນການເຈລະຈາລະຫວ່າງຜູ້ວ່າການທະນາຄານແຫ່ງລັດ 2 ປະເທດໃນການແລກປ່ຽນບັນດາບົດຮຽນໃນການບໍລິຫານເສດຖະກິດມະຫາພາກ ແລະ ຄຸ້ມຄອງທະນາຄານ; ຕີລາຄາບັນດາໝາກຜົນແຫ່ງການຮ່ວມມືໃນໄລຍະຜ່ານມາ ແລະ ທິດທາງໃນໄລຍະຈະມາເຖິງ.
ບັນດາການນຳລາວ ປາດຖະໜາວ່າ, 2 ຝ່າຍເພີ່ມທະວີຊຸກຍູ້ການຮ່ວມມື, ພ້ອມທັງແບ່ງປັນບົດຮຽນຊ່ວຍລາວ ໃນການຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ສ້າງໂຄງປະກອບລະບົບທະນາຄານ, ແກ້ໄຂໜີ້ເສຍ, ຊຸກຍູ້ການພັດທະນາ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນແບບພິເສດລະຫວ່າງ 2 ປະເທດ.