ຄະນະຜູ້ແທນຂັ້ນສູງພັກກອມມູນິດອາເມລິກາຢ້ຽມຢາມຫວຽດນາມ

ຄະນະຜູ້ແທນຂັ້ນສູງພັກກອມມູນິດອາເມລິກາຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟ​ຸ​ຈ້ອງຕ້ອນ​ຮັບ​
ທ່ານປະ​ທານ John Bachtell
(ພາບ: TTXVN)

(vovworld) - ​ຕອນ​ບ່າຍ​ວັນ​ທີ 01/04, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູ​ນິດ​ອາ​ເມ​ລິ​ກາ ໂດຍ​ທ່ານ​ປະ​ທານ John Bachtell ນຳ​ໜ້າ, ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟ​ຸ​ຈ້ອງ ເນັ້ນ​ໜັກ​ເຖິງ​ແຜນ​ນະ​ໂຍ​ບາຍ​ຖື​ເປັນ​ສຳ​ຄັນ ແລະ ​ບຸ​ລິ​ມະ​ສິດ​ການ​ພົວ​ພັນກັບ​ບັນ​ດາ​ພັກ​ອ້າຍ​ນ້ອງ, ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ບັນ​ດາ​ພັກ​ການ​ເມືອງ​ສຳ​ຄັນ​ຂອງ​ປະ​ເທດ​ຕ່າງໆ, ໃນ​ນັ້ນ​ມີ​ພັກ​ກອມ​ມູ​ນິດ​ອາ​ເມ​ລິ​ກາ; ສະ​ເໜີ​ໃຫ້ 2 ຝ່າຍ​ສົມ​ທົບ​ກັນ​ເພື່ອ​ຊອ​ກ​ຫາ​ຄວາມ​ສາ​ມາດ​ໃນ​ການ​ຮ່ວມ​ມື​ຢ່າງ​ລະ​ອຽດ ເພື່ອ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ 2 ພັກ​ແທ​ດ​ຈິງກວ່າ.

        ສ່ວນ​ທ່ານປະ​ທານ John Bachtell ເນັ້ນ​ໜັກ​ວ່າ, ຍາມ​ໃດພັກ​ກອມ​ມູ​ນິດ​ອາ​ເມ​ລິ​ກາ ​ກໍ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ, ສາ​ມັກ​ຄີ ສະ​ໜິດ​ຕິ​ດ​ພັນ​ກັບ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ; ສະ​ໜັບ​ສະ​ໜູນ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ລັດ​ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ 2 ລັດ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ.

        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູ​ນິດ​ອາ​ເມ​ລິ​ກາ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ຄະ​ນະ​ຜູ້​ແທນ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ໂດຍ​ທ່ານ ຮ່​ວາງ​ບິ່ງກວນ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ດາງ ເປັນ​ຫົວ​ໜ້າ​ຄະ​ນະ. 2 ຝ່າຍ​ໄດ​້​ແຈ້ງ​ໃຫ​້​ກັນ​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ຂອງ​ແຕ່​ລະ​ພັກ ແລະ ແລກ​ປ່ຽນ​ບາງ​ບັນ​ດາ​ພາກ​ພື້​ນ ແລະ ສາ​ກົ​ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ 2 ພັກ…

ຂ່າວ/ບົດ​ອື່ນ