(vovworld) - ຕອນບ່າຍວັນທີ 19/10, ຄະນະຜູ້ແທນຂັ້ນສູງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ສສ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ນຳໜ້າ ໄດ້ໄປນະຄອນຫຼວງ ພະລົມເປັນ, ແຫ່ງລາຊະອານາຈັກກຳປູເຈຍ ເພື່ອເຂົ້າຮ່ວມພິທີໄຫວ້ອາໄລເຖິງອະດິດກະສັດກຳປູເຈຍ Norodom Sihanouk.
ແລະກໍໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີກຳປູເຈຍ Samdec Hunsen. ນາຍົກລັດຖະມົນຕີສອງທ່ານ ໄດ້ຢືນຢັນສືບຕໍ່ເພີ່ມທະວີຄວາມສາມັກຄີ, ສາຍພົວພັນລະຫວ່າງສອງປະເທດກໍຄືການພົວພັນຫວຽດນາມ - ລາວ - ກຳປູເຈຍ. ເນື່ອງໃນໂອກາດນີ້, ນາຍົກລັດຖະມົນຕີສອງທ່ານກໍໄດ້ແລກປ່ຽນບາງບັນຫາກ່ຽວກັບການຮ່ວມມືໃນພາກພື້ນເຊິ່ງຕ່າງຝ່າຍຕ່າງປະຜົນປະໂຫຍດ. ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງພະລົມເປັນ ກັບຄືນເມືອປະເທດ.