ຄະນະຜູ້ແທນທະນາຄານແຫ່ງລັດແລະກະຊວງການເງິນຫວຽດນາມຢ້ຽມຢາມແລະເຮັດວຽກຢູອີຕາລີ
2 ຝ່າຍຖ່າຍຮູບທີ່ລະນຶກພາຍຫຼັງການເຮັດວຽກ
(ພາບ: Quang Thanh/Vietnam+)
|
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອີຕາລີ, ຕອນບ່າຍວັນທີ 9/1, ຄະນະຜູ້ແທນທະນາຄານແຫ່ງລັດ ແລະ ກະຊວງການເງິນ ຫວຽດນາມ ໂດຍທ່ານຮອງຜູ້ວ່າການທະນາຄານແຫ່ງລັດ ດ່າວມິງຕູ໋ ແລະ ທ່ານລັດຖະມົນຕີຊ່ວຍວ່າການກະຊວງການເງິນ ເຈີ່ນຊວນຮ່າ ນຳໜ້າ ມີການໂອ້ລົມສົນທະນາກັບສະຫະສະມາຄົມທະນາຄານ ອີຕາລີ ຢູ່ນະຄອນຫຼວງ Rome. ທີ່ການໂອ້ລົມສົນທະນາ, ຝ່າຍ ອີຕາລີ ໄດ້ແລກປ່ຽນບົດຮຽນຫຼາຍຢ່າງກັບ ຫວຽດນາມ ກ່ຽວກັບບົດບາດຂອງທະນາຄານສູນກາງ ແລະ ທະນາຄານການຄ້າໃນການໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ລັກສະນະປະສິດທິຜົນຂອງບັນດາການເຄື່ອນໄຫວໃຫ້ກູ້ຢືມທຶນໃນຂົງເຂດນີ້… ທ່ານຮອງຜູ້ວ່າການທະນາຄານແຫ່ງລັດ ດ່າວມິງຕູ໋ ຕີລາຄາສູງເນື້ອໃນແລກປ່ຽນຂອງຝ່າຍ ອີຕາລີ. ທ່ານຢັ້ງຢືນວ່າ: ນີ້ແມ່ນບັນດາບົດຮຽນຕົວຈິງ, ລ້ຳຄ່າສຳລັບ ຫວຽດນາມ, ພິເສດແມ່ນໃນສະພາບການ ຫວຽດນາມ ພວມປະຕິບັດໂຄງການສ້າງໂຄງປະກອບລະບົບທະນາຄານຄືນໃໝ່ເວົ້າສະເພາະ ແລະ ລະບົບການເງິນເວົ້າລວມ.
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອີຕາລີ, ຄະນະຜູ້ແທນທະນາຄານແຫ່ງລັດ ແລະ ກະຊວງການເງິນ ຫວຽດນາມ ຈະເຮັດວຽກ ແລະ ແລກປ່ຽນບົດຮຽນກັບທະນາຄານສູນກາງ, ທະນາຄານການຄ້າ, ກະຊວງພັດທະນາເສດຖະກິດ ອີຕາລີ.