ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ພິ​ເສດ​ຂອງ ICAPP ກ່ຽວ​ກັບ “ການ​ພັດ​ທະ​ນາ​ດ້ານ​ການ​ເມືອງ​ຂອງ​ອາ​ຊີ ຜ່ານ​ບັນ​ດາ​ພັກ​ການ​ເມືອງ”

(VOVWORLD) -ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ປຶກສາຫາລືຢ່າງຕັ້ງໜ້າ ຢູ່ກອງປະຊຸມ ແລະ ກ່າວຄຳເຫັນປຶກສາຫາລືຢູ່ກອງປະຊຸມກ່ຽວກັບ ບົດບາດຂອງບັນດາພັກການເມືອງ ໃນການຊຸກຍູ້ປະຊາທິປະໄຕ. 

ໃນລະຫວ່າງວັນທີ 28 - 30 ກັນຍາ, ຢູ່ສ.ເກົາຫຼີ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມພິເສດຂອງກອງປະຊຸມສາກົນ ບັນດາພັກການເມືອງ ອາຊີ (ICAPP), ກ່ຽວກັບຫົວຂໍ້ “ພັດທະນາການເມືອງຂອງອາຊີ ຜ່ານບັນດາພັກການເມືອງ”. ICAPP ໄດ້ສ້າງຕັ້ງໃນເດືອນກັນຍາ ປີ 2000 ດ້ວຍເປົ້າໝາຍຊຸກຍູ້ການແລກປ່ຽນ ແລະ ຮ່ວມມືລະຫວ່າງບັນດາພັກການເມືອງອາຊີ. ກອງປະຊຸມພິເສດຄັ້ງນີ້ກ່ຽວກັບ ການພັດທະນາການເມືອງຂອງອາຊີ ຜ່ານບັນດາພັກການເມືອງ” ແມ່ນເພື່ອແນໃສ່ເພີ່ມທະວີ ການຮ່ວມມືລະຫວ່າງບັນດາພັກການເມືອງ, ຮັກສາສັນຕິພາບ, ຄວາມໝັ້ນຄົງ, ວັດທະນາຖາວອນ ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກໃຫ້ຫຼາຍກ່ວາອີກ. ກອງປະຊຸມໄດ້ເຫັນດີເປັນເອກະພາບຮັບຮອງເອົາ “ຖະແຫຼງການ ເຊີອູນ”, ຢັ້ງຢືນຄວາມສຳຄັນຂອງການຊຸກຍູ້ການຮ່ວມມື ແລະ ສົມທົບກັນລະຫວ່າງບັນດາພັກການເມືອງຢູ່ອາຊີ ທີ່ມີຕໍ່ການພັດທະນາການເມືອງຂອງພາກພື້ນ ໃນອະນາຄົດ, ເນັ້ນໜັ້ກເຖິງບົດບາດຂອງພັກການເມືອງ ໃນເວທີການເມືອງ ແລະ ໃນວິວັດການຊຸກຍູ້ປະຊາທິປະໄຕຂອງບັນດາປະເທດ, ການພົວພັນລະຫວ່າງລະບົບການເລືອກຕັ້ງ ແລະ ພັດທະນາຂອງບັນດາພັກການເມືອງ.

ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ປຶກສາຫາລືຢ່າງຕັ້ງໜ້າ ຢູ່ກອງປະຊຸມ ແລະ ກ່າວຄຳເຫັນປຶກສາຫາລືຢູ່ກອງປະຊຸມກ່ຽວກັບ ບົດບາດຂອງບັນດາພັກການເມືອງ ໃນການຊຸກຍູ້ປະຊາທິປະໄຕ. ຢູ່ນອກກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ ພົບປະກັບບັນດາພັກການເມືອງຂອງຫຼາຍປະເທດ ເພື່ອແນໃສ່ແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ