ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ເຂົ້າຮ່ວມການພົບປະສາກົນ ລະຫວ່າງ ບັນດາພັກກອມມູນິດ ແລະ ພັກແຮງງານ

(VOVWORLD) -ບົດປະກອບຄຳເຫັນຂອງຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ເນັ້ນໜັກເຖິງພາລະກຳປະຫວັດສາດ ຂອງຊົນຊັ້ນກຳມະກອນ ຫວຽດນາມ ດ້ວຍບົດບາດເປັນກຳລັງນຳພາການປະຕິວັດ; ແບ່ງປັນບາງການກຳນົດທິດ ແລະ ໜ້າທີ່ຂອງພັກກອມມູນິດ ຫວຽດນາມ ໃນໄລຍະຈະມາເຖິງ. 

ແຕ່ວັນທີ 23-25 ພະຈິກ, ທີ່ນະຄອນ Athens, ປະເທດເກັຼກໄດ້ດຳເນີນການພົບປະສາກົນລະຫວ່າງບັນດາພັກກອມມູນິດ ແລະ ພັກແຮງງານ ຄັ້ງທີ 20, ດ້ວຍການເຂົ້າຮ່ວມຂອງບັນດາຜູ້ແທນ ຕາງໜ້າໃຫ້ແກ່ 91 ພັກກອມມູນິດ, ພັກແຮງງານທີ່ມາຈາກ 73 ປະເທດໃນທົ່ວໂລກ. ການພົບປະໃນປີນີ້ ມີຫົວຂໍ້ວ່າ “ຊົນຊັ້ນກຳມະກອນຍຸກປັດຈຸບັນ ແລະ ບັນດາກຳລັງຮ່ວມສຳພັນ. ໜ້າທີ່ຂອງ ກອງກໍາລັງການເມືອງ ປະຈັນບານ - ບັນດາພັກກອມມູນິດ, ພັກແຮງງານ - ໃນການຕໍ່ສູ້ຕ້ານການກົດຂີ່ ແລະ ສົງຄາມຈັກກະພັດ, ເພື່ອສິດທິຂອງຊົນຊັ້ນກຳມະກອນ ແລະ ປະຊາຊົນ, ເພື່ອສັນຕິພາບ, ເພື່ອລັດທິສັງຄົມນິຍົມ”.

ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ຫງວຽນແມັ້ງເກຶ່ອງ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເປັນຫົວໜ້າຄະນະ, ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດການພົບປະ. ບົດປະກອບຄຳເຫັນຂອງຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ເນັ້ນໜັກເຖິງພາລະກຳປະຫວັດສາດ ຂອງຊົນຊັ້ນກຳມະກອນ ຫວຽດນາມ ດ້ວຍບົດບາດເປັນກຳລັງນຳພາການປະຕິວັດ; ແບ່ງປັນບາງການກຳນົດທິດ ແລະ ໜ້າທີ່ຂອງພັກກອມມູນິດ ຫວຽດນາມ ໃນໄລຍະຈະມາເຖິງ. ໃນບົດບາດເປັນສະມາຊິກ ກຸ່ມປະຕິບັດງານ - ກົນໄກປະສານງານການເຄື່ອນໄຫວຂອງການພົບປະ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ປະກອບສ່ວນຫຼາຍຄຳຄິດເຫັນທີ່ແທດຈິງເຂົ້າໃນການກຳນົດທິດເຄື່ອນໄຫວລວມຂອງເວທີປາໄສ. 

ຕອບກັບ

ຂ່າວ/ບົດ​ອື່ນ