ຄະນະຜູ້ແທນພັກກອມມູນິດຈີນຢ້ຽມຢາມຫວຽດນາມ
(ພາບປະກອບ)
(vovworld) – ຕອນບ່າຍວັນທີ 06/12, ຢູ່ຮ່າໂນ້ຍ, ທ່ານ ຟ້າມກວາງງີ້ ກຳມະການກົມການເມືອງ, ຕາງໜ້າໃຫ້ການນຳພັກກອມມູນິດ ຫວຽດນາມ ຕ້ອນຮັບຄະນະຜູ້ແທນພັກກອມມູນິດ ຈີນ ໂດຍທ່ານ ຫວ໋າງຊານຢວຽນ ກຳມະການສູນກາງພັກ, ເລຂາຄະນະພັກແຂວງ ແຂວງ ການຊາ ເປັນຫົວໜ້າຄະນະ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ຟ້າມກວາງງີ້ ຢືນຢັນວ່າ: ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫລາຍດ້ານກັບພັກ, ລັດຖະບານ ແລະ ປະຊາຊົນ ຈີນ ແລະ ເນັ້ນໜັກວ່າ: ນີ້ແມ່ນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍ, ຍາວນານ ທັງ່ແມ່ນການເລືອກເຟັ້ນຍຸດທະສາດຂອງພັກ, ລັດຖະບານ ຫວຽດນາມ. ສ່ວນທ່ານ ຫວ໋າງຊານຢວຽນ ຢືນຢັນວ່າ: ພັກ ແລະ ລັດ ຈີນ ຍາມໃດກໍປາດຖະໜາຢາກພ້ອມກັບຝ່າຍ ຫວຽດນາມ ເຮັດໃຫ້ການພົວພັນ ຫວຽດນາມ - ຈີນ ພັດທະນາຢ່າງປອດໃສ, ມີສະຖຽນລະພາບ, ໝັ້ນຄົງຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ ສະຖຽນລະພາບ ແລະ ການພັດທະນາຂອງແຕ່ລະປະເທດ, ກໍຄືຢູ່ໃນພາກພື້ນ ແລະ ໂລກ.
ແລະໃນຕອນບ່າຍວັນດຽວກັນ, ທ່ານ ຮ່ວາງບິ່ງກວນ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ໄດ້ເຈລະຈາກັບຄະນະ. 2 ຝ່າຍໄດ້ແລກປ່ຽນບັນດາມາດຕະການລະອຽດ ເພື່ອແນໃສ່ຊຸກຍູ້ການພົວພັນພົບປະແລກປ່ຽນ, ການຮ່ວມມືມິດຕະພາບ, ກໍຄືຊຸກຍູ້ການຮ່ວມມືພົບປະແລກປ່ຽນດ້ານວັດທະນະທຳ, ການທ່ອງທ່ຽວລະຫວ່າງແຂວງ ການຊາ ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ.