ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງຕ້ອນຮັບ
ອີເຈິ້ງເຊີງ,ປະທານສະພາປຶກສາການເມືອງປະຊາຊົນ
ແຫ່ງຊາດຈີນ
ພາບ:chinhphu.vn
|
(vovworld)-ໂດຍຮັບຄຳເຊີນຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ທ່ານອີເຈິ້ງເຊີງ, ກຳມະການປະຈຳກົມການເມືອງສູນກາງພັກກອມມູຈິດຈີນ, ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ນຳຫນ້າຄະນະຜູ້ແທນຂັ້ນສູງພັກ ແລະ ສະພາປຶກສາການເມືອງ ຈີນ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 25-27/12/2014. ວັນທີ 26/12/2014, ທ່ານ ອີເຈິ້ງເຊີງ ໄດ້ເຈລະຈາກັບທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ, ປະທານປະເທດ ເຈືອງເຕີນຊາງ ແລະ ເລຂາທິການໃຫຍ່ ຫງວຽນຟູຈ້ອງ.
ທີ່ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ ແລະ ສະພາປຶກສາການເມືອງຈີນ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ຕີລາຄາສູງຄວາມໝາຍສຳຄັນການຢ້ຽມຢາມຫວຽດນາມຂອງຄະນະ ສຳລັບການພົວພັນລະຫວ່າງສອງພັກ, ສອງລັດ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຖືວ່າ: ເລື່ອງເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ແລກປ່ຽນບົດຮຽນ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຍູ້ແຮງການຮ່ວມມືລະຫວ່າງສອງພັກ, ເປີດກວ້າງ ແລະ ຍົກສູງປະສິດທິຜົນໃນບັນດາຂົງເຂດຮ່ວມມື, ເພີ່ມທະວີການພົບປະແລກປ່ຽນລະຫວ່າງປະຊາຊົນ, ຊາວຫນຸ່ມສອງປະເທດແມ່ນສິ່ງທີ່ສຳຄັນທີ່ສຸດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ຂອງພາກພື້ນ ໃນໂລກ. ທ່ານ ອີເຈິ້ງເຊີງ ປາດຖະຫນາຢາກສືບຕໍ່ຍູ້ແຮງການຮ່ວມມື, ພົບປະແລກປ່ຽນລະຫວ່າງສອງພັກ, ເພີ່ມທະວີການພົບປະແລກປ່ຽນຂັ້ນສູງ, ເພີ່ມທະວີການແບ່ງປັນບົດຮຽນລະຫວ່າງສອງພັກ, ສອງລັດ, ຍູ້ແຮງການຮ່ວມມືໃນທຸກຂົງເຂດ.
ເມື່ອຕ້ອນຮັບທ່ານ ອີເຈິ້ງເຊີງ ແລະ ຄະນະຜູ້ແທນຂັ້ນສູງຈີນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເຫນີສອງຝ່າຍ ຄວນຄວບຄຸມສະພາບການຢູ່ທະເລຕາເວັນອອກ, ບໍ່ໃຫ້ເກີດບັນຫາໃຫມ່ທີ່ສັບສົນ, ສົ່ງຜົນສະທ້ອນເຖິງການພົວພັນລະຫວ່າງສອງປະເທດ, ຊຸກຍູ້ບັນດາກົນໄກເຈລະຈາກ່ຽວກັບບັນຫາບົນທະເລ, ເປັນຕົ້ນແມ່ນຜັນຂະຫຍາຍຫນ່ວຍປະຕິບັດງານກ່ຽວກັບເຂດທະເລນອກປະຕູອ່າວພາກເຫນືອ. ທ່ານ ອີເຈິ້ງເຊີງ ສະເຫນີ ສອງຝ່າຍຈົ່ງສົມທົບກັນຄວບຄຸມສະພາບການ ເພື່ອຮັກສາສະຖຽນລະພາບບົນທະເລ, ເພີ່ມທະວີຄວາມເຂົ້າໃຈ ແລະ ນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ.