ທ່ານ ຮ່ວາງບິ່ງກວນ ພົບປະກັບທ່ານນາຍົກ
ລັດຖະມົນຕີ ປາແລັດສະຕິນ R. Hamdallah
(ພາບ: vietnam+)
(vovworld) – ໂດຍໄດ້ຮັບຄຳເຊີນຂອງບັນດາພັກການເມືອງ ແລະ ກະຊວງການຕ່າງປະເທດ ປາແລັດສະຕິນ, ອິດສະລາແອນ ແລະ ອີຢິບ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ຮ່ວາງບິ່ງກວນ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຕາເວັນອອກກາງ ໃນລະຫວ່າງວັນທີ 9 – 17/11/2015. ໃນການຢ້ຽມຢາມ, ຄະນະຜູ້ແທນພົບປະກັບທ່ານນາຍົກລັດຖະມົນຕີ ປາແລັດສະຕິນ R. Hamdallah, ທ່ານນາຍົກລັດຖະມົນຕີ ອີຢິບ S.Ismail ແລະ ທ່ານປະທານກຳມາທິການການຕ່າງປະເທດ ແລະ ປ້ອງກັນຊາດສະພາແຫ່ງຊາດ ອິດສະລາແອນ T.Hanegbi; ພົບປະເຈລະຈາກັບການນຳຂະບວນການປົດປ່ອຍຊາດ ປາແລັດສະຕິນ (Fatah) ແລະ ອົງການປົດປ່ອຍປາແລັດສະຕິນ (PLO), ພັກກອມມູນິດ ອີຢິບ, ພັກສະຫະພັນປະຊາຊົນ ສັງຄົມນິຍົມ ອີຢິບ ແລະ ການນຳກະຊວງການຕ່າງປະເທດ ອິດສະລາແອນ ແລະ ອີຢິບ. ທ່ີບັນດາການເຮັດວຽກ, ທ່ານ ຮ່ວາງບິ່ງກວນ ປາດຖະໜາຢາກ ເພີ່ມທະວີການພົວພັນມິດຕະພາບ ແລະ ຮ່ວມມືຫລາຍດ້ານກັບ ປາແລັດສະຕິນ, ອິດສະລາແອນ ແລະ ອີຢິບ. ການນຳພັກການເມືອງຢູ່ 3 ປະເທດ ຕີລາຄາສູງບົດບາດຂອງພັກກອມມູນິດ ຫວຽດນາມ, ພິເສດແມ່ນໃນການລິເລີ່ມ ແລະ ຊີ້ນຳນຳພາພາລະກິດປ່ຽນໃໝ່, ພ້ອມກັນນັ້ນ ສະແດງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບພັກກອມມູນິດ ຫວຽດນາມ ຫລາຍກ່ວາອີກ ແລະ ເຫັນດີບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງພັກກອມມູນິດ ຫວຽດນາມ ກັບບັນດາພັກການເມືອງຢູ່ 3 ປະເທດ.