ທ່ານ ຮ່ວາງບິ່ງກວນ ພົບປະກັບທ່ານນາງ
Marina Sereni ຮອງປະທານສະພາຕ່ຳ ອີຕາລີ
(ພາບ:Vietnam+)
(vovworld) – ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ນຳໜ້າ ພວມເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດ ເກຼຼກ ແລະ ອີຕາລີ ໃນລະຫວ່າງວັນທີ 16 – 21/10. ທີ່ການເຮັດວຽກຕ່າງໆ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ແລະ ບັນດາຄູ່ຮ່ວມມື ເກຼັຼກ ແລະ ອີຕາລີ ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ 2 ຝ່າຍ, ບັນດາມາດຕະການຊຸກຍູ້ປະຕິບັດບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມຢ່າງມີປະສິດທິຜົນກ່ວາອີກ. ພ້ອມກັນນັ້ນ ສະເໜີຝ່າຍ ເກຼຼັກ ແລະ ອີຕາລີ ຈົ່ງເອົາໃຈໃສ່ສົມທົບກັບ ຫວຽດນາມ ຍົກສູງການຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນກ່ວາອີກ, ປະກອບສ່ວນຊຸກຍູ້ການຮ່ວມມືໃນບັນດາຂອບເຂດຫລາຍຝ່າຍຄື ອີຢູ, ອາຊຽນ; ພ້ອມກັນນັ້ນ 2 ຝ່າຍຊ່ວຍເຫຼືອກັນປະຕິບັດ ບົດບາດເປັນຂົວເຊື່ອມຕໍ່ກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ອີຣົບເວັນອອກສ່ຽງໃຕ້.