(vovworld) – ຕອນບ່າຍວັນທີ 26/11, ຄະນະພະນັກງານຂັ້ນສູງວິທະຍຸກະຈາຍສຽງ ລາວ ໂດຍທ່ານ ວໍລະສັກ ປຣະວົງວຽງຄຳ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດ ລາວ (LNR) ນຳໜ້າມາຢ້ຽມຢາມລະບົບກະຈາຍສຽງ ພາກພາສາຕ່າງປະເທດ (VOV5), ຂອງວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45, ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ທ່ານນາງ ດ່ວານທິຈູງ, ຜູ້ອຳນວຍການ VOV5 ຕາງໜ້າໃຫ້ຄະນະການນຳ VOV5 ໄດ້ແນະນຳໂດຍຫຍໍ້ປະຫວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງລະບົບກະຈາຍສຽງ VOV5 ໃຫ້ຄະນະຜູ້ແທນ LNR ໄດ້ຮັບຊາບ. ພິເສດ, ທ່ານນາງ ດ່ວານທິຈູງ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງເມື່ອແຈ້ງໃຫ້ຄະນະໄດ້ຮັບຊາບວ່າ: ຮອດເດືອນ 7/2015, VOV5 ຈະມີລາຍການພາສາອັງກິດ 24/7, ອອກອາກາດກະຈາຍສຽງ 24 ຊົ່ວໂມງ/ມື້. ສ່ວນທ່ານຮອງຜູ້ອຳນວຍການໃຫຍ່ LNR ວໍລະສັກ ປຣະວົງວຽງຄຳ ກໍ່ໄດ້ແຈ້ງກ່ຽວກັບການເຕີບໃຫຍ່ຂອງ LNR ເວົ້າລວມ ແລະ ພະແນກພາສາຕ່າງປະເທດເວົ້າສະເພາະ, ພ້ອມທັງສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຂອງ VOV5. ທ່ານຍັງໃຫ້ຮູ້ຕື່ມອີກວ່າ, ຮອດປີ 2015 ຈະມາເຖິງ, LNR ຈະມີລາຍການພາສາ ຈີນ ຕື່ມອີກ. ເມື່ອຕອບສຳພາດນັກຂ່າວກ່ຽວກັບການພົວພັນຮ່ວມມືຂອງ VOV ແລະ LNR ໃນໄລຍະຜ່ານມາ, ທ່ານ ວໍລະສັກ ປຣະວົງວຽງຄຳ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ໃຫ້ຮູ້ວ່າ:
ສຽງ ວໍລະສັກ ປຣະວົງວຽງຄຳ
ທ່ານ ວໍລະສັກ ປຣະວົງວຽງຄຳ ຫວັງວ່າໄລຍະຈະມາເຖິງ, ວິທະຍຸ 2 ປະເທດຈະແລກປ່ຽນນັກຂ່າວເປັນປະຈຳເພື່ອຮ່ຳຮຽນເອົາບົດຮຽນເຊິ່ງກັນ ແລະ ກັນ.