ຄະນະຜູ້ແທນສານປະຊາຊົນສູງສຸດຫວຽດນາມຢ້ຽມຢາມສເກົາຫຼີ

ຄະນະຜູ້ແທນສານປະຊາຊົນສູງສຸດຫວຽດນາມຢ້ຽມຢາມສເກົາຫຼີ - ảnh 1
ຄະນະຜູ້ແທນສານປະຊາຊົນສູງສຸດຫວຽດນາມຢ້ຽມຢາມສເກົາຫຼີ
(ພາບ: tintuc)

(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ຫົວໜ້າ​ສານ​ສູງ​ສຸດ ສ​ເກົາຫຼີ Yang Sung-tae, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ, ​ໂດຍ​ທ່ານ ຫງວຽນ​ຮ່ວາ​ບິ່ງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າສານປະຊາຊົນ​ສູງ​ສຸດນຳ​ໜ້າ​ພວມ​ຢ້ຽມຢາມ ສ​ເກົາຫຼີ​ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 12-17/12, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ ​ແລະ ປຶກສາ​ຫາລື​ທິດ​ທາງ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຕໍ່ໜ້າ. ທີ່​ການ​ເຈລະຈາ​ໃນ​ວັນ​ທີ 12/12 ກັບ​ທ່ານ Yang Sung-tae ຢູ່​ນະຄອນຫຼວງ ​ເຊີ​ອູ​ນ, ທ່ານ ຫງວຽນ​ຮ່ວາ​ບິ່ງ ຂອບ​ອົກ​ຂອບ​ໃຈ​ລັດຖະບານ, ປະຊາຊົນ, ອົງການ​ຮ່ວມ​ມື​ສາກົນ ສ​ເກົາຫຼີ (KOICA) ​ແລະ ສານ​ສູງ​ສຸດ ສ​ເກົາຫຼີ​ ທີ່​ໄດ້​ຕັ້ງໜ້າ​ໜູນ​ຊ່ວຍ​ການ​ເພີ່ມ​ທະວີ​ຄວາມ​ສາມາດ​ໃຫ້​ສະ​ຖາ​ບັນ​ສານ ຫວຽດນາມ ຢ່າງ​ຕັ້ງໜ້າ, ຜ່ານ​ສອງ​ໄລຍະ​ຂອງ​ໂຄງການ “​ເພີ່ມ​ທະວີ​ຄວາມ​ສາມາດ​ໃຫ້​ໂຮງ​ຮຽນ​ພະນັກງານ​ສານ“ ດ້ວຍ​ຍອດ​ຈຳນວນ​ທຶນ ODA , ຊ່ວຍ​ບຳລຸງ​ສ້າງ​ຜູ້​ພິພາກສາ ​ແລະ ພະນັກງານ​ຂະ​ແໜງ​ສານ ຫວຽດນາມ. ທ່ານ​ຕີ​ລາຄາ​ວ່າ, ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ໂຄງການ​ໜູນ​ຊ່ວຍ​ດ້ານ​ເຕັກນິກ​ທີ່​ບັນລຸ​ປະສິດທິ​ຜົນ​ສູງ​ສຸດ​ຂອງ​ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ.

ສ່ວນ​ທ່ານຫົວໜ້າ​ສານ​ສູງ​ສຸດ ສ​ເກົາຫຼີ Yang Sung-tae ກໍ່​ຖື​ວ່າ, ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ ສະ​ແດງ​ໃຫ້​ເຫັນ​ການ​ພັດທະນາ​ໃນ​ສາຍ​ພົວພັນ​ລະຫວ່າງ​ຂະ​ແໜງ​ສານ​ຂອງ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ