ຄະນະພົວພັນຕ່າງປະເທດສູນກາງ ຢ້ຽມຢາມມຽນມາ, ໄທ ແລະ ສີລັງກາ
(ພາບປະກອບ)
(vovworld) – ໂດຍໄດ້ຮັບຄຳເຊີນຂອງບັນດາພັກເພື່ອນມິດ, ຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງ ໂດຍທ່ານ ຫງວຽນຮຸຍຕັງ, ຮອງຫົວໜ້າຄະນະນຳໜ້າ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ມຽນມາ, ໄທ ແລະ ສີລັງກາ ໃນລະຫວ່າງວັນທີ 06 – 14/04. ທີ່ບັນດາການພົບປະ ແລະ ເຮັດວຽກ, ຄະນະຜູ້ແທນໄດ້ຢືນຢັນວ່າ ພັກກອມມູນິດຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມກັບບັນດາພັກການເມືອງ, ເຊິ່ງລວມມີທັງພັກກຳອຳນາດ, ພັກກອມມູນິດ ແລະ ພັກຝ່າຍຊ້າຍມຽນມາ, ໄທ ແລະ ສີລັງກາ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານ, ພິເສດແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາລະຫວ່າງຫວຽດນາມ ກັບ 3 ປະເທດດັ່ງກ່າວ. ການນຳບັນດາພັກເພື່ອນມິດລ້ວນແຕ່ສະແດງຄວາມປາດຖະໜາຢາກເພີ່ມທະວີການແລກປ່ຽນຄະນະຜູ້ແທນກັບພັກກອມມູນິດຫວຽດນາມ, ແບ່ງປັນບົດຮຽນນຳພາ, ຄຸ້ມຄອງ, ແລກປ່ຽນຂໍ້ມູນ ແລະ ທັດສະນະກ່ຽວກັບບັນດາບັນຫາຂອງແຕ່ລະປະເທດ, ໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງປີຄວາມສົນໃຈ.