ຄະນະລັດຖະບານ ຊົ່ວຄາວລີບີ ລາອອກ ຈາກຕຳແໜ່ງ
ທ່ານນາຍົກລັດຖະມົນຕີຊົ່ວຄາວລີບີ Abdullah al Thinni
(ພາບ: TTXVN)
(vovworld) – ວັນທີ 28/08, ທ່ານນາຍົກລັດຖະມົນຕີຊົ່ວຄາວລີບີ Abdullah al Thinni ພ້ອມກັບບັນດາສະມາຊິກລັດຖະບານ ໄດ້ຖະແຫຼງລາອອກຈາກຕຳແໜ່ງ ເພື່ອເປີດຊ່ອງທາງໃຫ້ການສ້າງຕັ້ງລັດຖະບານໃໝ່ ພາຍຫຼັງການເລືອກຕັ້ງສະພາແຫ່ງຊາດໃນທ້າຍເດືອນ 06 ຜ່ານມາ. ໃນຖະແຫຼງການ, ລັດຖະບານລິບີ ໃຫ້ຮູ້ວ່າໄດ້ລາອອກຈາກຕຳແໜ່ງຕາມຂໍ້ກຳນົດຂອງລັດຖະທຳມະນູນ ເພື່ອແນໃສ່ອະນຸຍາດໃຫ້ສະພາແຫ່ງຊາດ ສ້າງຕັ້ງລັດຖະບານທີ່ຕາງໜ້າໃຫ້ທຸກພາກສ່ວນໃນສັງຄົມ. ສະມາຊິກສະພາແຫ່ງຊາດທ່ານໜຶ່ງເນັ້ນໜັກວ່າ ນີ້ແມ່ນລະບຽບການທຳມະດາ, ພ້ອມທັງຢືນຢັນວ່າ ບໍ່ມີການຂັດແຍ່ງໃດລະຫວ່າງສະພາແຫ່ງຊາດ ແລະ ທ່ານນາຍົກລັດຖະມົນຕີ Abdullah al Thinni. ແລະກໍ່ໃນວັນທີ 28/08, ສະພາແຫ່ງຊາດລີບີ ໄດ້ປະກາດລາຍຊື່ຜູ້ສະໝັກເລືອກຕັ້ງເປັນນາຍົກລັດຖະມົນຕີ 5 ທ່ານ. ນອກຈານທ່ານ al Thinni ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີໃນເດືອນ 03 ຜ່ານມາແລ້ວ, ບັນຊີລາຍຊື່ນີ້ຍັງມີທ່ານອະດີດລັດຖະມົນຕີກະຊວງພາຍໃນ Ashur Ahwuail ທີ່ເຄີຍເຂົ້າຮ່ວມລັດຖະບານຂອງນາຍົກລັດຖະມົນຕີ Ali Zeidan.