ຄະນະລັດຖະບານເກຼັກປະຕິຮູບຄຳໝັ້ນສັນຍາສ້າງຕັ້ງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ

ຄະນະລັດຖະບານເກຼັກປະຕິຮູບຄຳໝັ້ນສັນຍາສ້າງຕັ້ງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກ Alexis Tsipras ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປ່ອນ​ບັດ​ກ່ຽວ​ກັບ​ບ້ວງ​ເງິນ​ກູ້​ຊ່ວຍ​ຂອງ​ສະ​ພາ​ແຫ່ງ​ຊາດ ຢູ່​ນະ​ຄອນຫຼວງ ອາ​ແທນ​ເມື່ອ​ວັນ​ທີ 15/7
 (ພາບ: AFP/TTXVN)

(vovworld) –  ​ທີ່​ພ​ິ​ທີ​ສະ​ບານ​ຕົວ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ເມື່ອ​ວັນ​ທີ 18/7, ບັນ​ດາ​ສະ​ມາ​ຊິກ​ຄົນ​ໃໝ່​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃນ​ຄະ​ນະ​ລັດ​ຖະ​ບານ ເກຼັກ ​ທີ່ຫາ​ກໍ່​ໄດ້​ຮັບ​ການ​ປະ​ຕິ​ຮູບ, ​ທ່ານ​ນາງ Olga Gerovasili, ໂຄ​ສົກ​ຄົນ​ໃໝ່​ຂອງ​ຄະ​ນະ​ລັດ​ຖະ​ບານ ເນັ້ນ​ໜັກ​ວ່າ: ລັດ​ຖະ​ບານ​ຕ້ອງ​ຮັບ​ປະ​ກັນ​ສ້າງ​ຕັ້ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ສ້າງ​ຄວາມ​ປອດ​ໄພ​ໃຫ້​ແກ່​ປະ​ຊາ​ຊົນ. ​ທ່ານ​ນາງ Olga Gerovasili ໄດ້​ຍ້ຳ​ຄືນ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ພາຍ​ໃນ​ປະ​ເທດ​ໃນ​ປະ​ຈຸ​ບັນພ້ອມ​ກັບ​ໜ້າ​ທີ່​ຕອບ​ສະ​ໜອງ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ປະ​ຕິ​ຮູບ​ເພື່ອ​ແລກ​ເອົາ​ບ້ວນ​ເງິນ​ກູ​້​ຊ່ວຍ​ຈາກ​ບັນ​ດາ​ເຈົ້າ​ໜີ້​ສາ​ກົນ, ແລະ ຖື​ວ່າ​ໃນ​ສະ​ພາບ​ການນັ້ນ ປະ​ສິດ​ທິ​ຜົນ​ຂອງ​ລັດ​ຖະ​ບາ​ນຈະ​ໄດ້​ຮັບ​ການ​ຕ​ີ​ລາ​ຄາ​ຜ່ານ​ໝາກ​ຜົນ​ຕົວ​ຈິງ. ຕາມ​ທ່ານ​ນາງ​ແລ້ວ, ກ່ອນ​ອື່ນ​ໝົດ, ລັດ​ຖະ​ບານ​ຈະ​ຕ້ອງ​ສຸມ​ໃສ່​ປັບ​ປຸງ​ສະ​ພາບ​ການ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື​່ອ​ໃຈ​ຂອງ​ປະ​ຊາ​ຊົນ.


ຂ່າວ/ບົດ​ອື່ນ