ຄະນະເລຂາສູນກາງພັກໂຮມປະຊຸມຕີລາຄາໝາກຜົນການປະຕິບັດຄຳສັ່ງກ່ຽວກັບການຈັດບຸນເຕັດປີຈໍ 2018

(VOVWORLD) -ຕອນເຊົ້າວັນທີ 23 ກຸມພາ, ຢູ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ, ຄະນະເລຂາສູນກາງພັກໄດ້ໂຮມປະຊຸມຄັ້ງທຳອິດຂອງປີຈໍ 2018

ຄະນະເລຂາສູນກາງພັກໂຮມປະຊຸມຕີລາຄາໝາກຜົນການປະຕິບັດຄຳສັ່ງກ່ຽວກັບການຈັດບຸນເຕັດປີຈໍ 2018 - ảnh 1 (ຄະນະເລຂາສູນກາງພັກໂຮມປະຊຸມຕີລາຄາໝາກຜົນການປະຕິບັດຄຳສັ່ງກ່ຽວກັບການຈັດບຸນເຕັດປີຈໍ 2018)

ຮັບຟັງບົດລາຍງານກ່ຽວກັບສະພາບການ ແລະ ໝາກຜົນການປະຕິບັດຄຳສັ່ງເລກທີ 16 ຂອງຄະນະເລຂາສູນກາງພັກກ່ຽວກັບການຈັດຕັ້ງບຸນເຕັດປີຈໍ 2018.

        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຊີ້ແຈ້ງວ່າ: ບຸນເຕັດປີຈໍ 2018 ໄດ້ຮັບການຈັດຕັ້ງຢ່າງເບີກບ່ານມ່ວນຊື່ນ, ອົບອຸນ, ສະຫງົບສຸກ, ປະຢັດ, ເພີ່ມຄວາມໄວ້ເນື້ອເຊື່ອໃຈ, ສ້າງບັນຍາກາດໃໝ່ເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບກ້າວເຂົ້າສູ່ປີໃໝ່ດ້ວຍຄວາມຫວັງໃໝ່ຫຼາຍຢ່າງ. ທ່ານກ່າວວ່າ:

        “ບັນດາໝາກຜົນທີ່ບັນລຸໄດ້ໃນຂົງເຂດເສດຖະກິດ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການທູດ, ກໍ່ສ້າງພັກ, ຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້… ພ້ອມກັບບັນດາປັດໃຈຕ່າງໆ ໄດ້ສ້າງບັນຍາກາດບຸນເຕັດ, ທີ່ເບີກບານມ່ວນຊື່ນຫາກບໍ່ພຽງແຕ່ເບິ່ງແຍງດູແລໃຫ້ປະຊາຊົນຕ້ອນຮັບບຸນເຕັດ. ສະນັ້ນ, ມັນໄດ້ສ້າງບັນຍາກາດເບີກບານ. ສະຫຼຸບລວມແລ້ວ, ສິ່ງນີ້ໄດ້ເຕົ້າໂຮມຫຼາຍປັດໃຈເຊັ່ນ: ໂອກາດ, ທີ່ຕັ້ງສະດວກ, ຈິດໃຈ, ປອງດອງສາມັກຄີ”.

ຕອບກັບ

ຂ່າວ/ບົດ​ອື່ນ