ຄະ​ນະ​ໂຄ​ສະ​ນາ​ສຶກ​ສາສູນ​ກາງພັກ ໄດ້​ຜັນ​ຂະ​ຫຍາ​ຍ​ໜ້າ​ທີ່ ປີ 2021

(VOVWORLD) - ຕອນເຊົ້າວັນທີ 4 ມັງກອນ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 2020 ແລະ ຜັນຂະຫຍາຍໜ້າທີ່ ປີ 2021.

ຄະ​ນະ​ໂຄ​ສະ​ນາ​ສຶກ​ສາສູນ​ກາງພັກ ໄດ້​ຜັນ​ຂະ​ຫຍາ​ຍ​ໜ້າ​ທີ່ ປີ 2021 - ảnh 1ທ່ານຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກ່າວຄຳເຫັນທີ່ກອງປະຊຸມ

(ພາບ: dangcongsan.vn)

ປີ 2020, ຄະນະໂຄສະນາສຶກສາສູນກາງພັກ ໄດ້ປະຕິບັດການກຳນົດທິດຂໍ້ມູນຂ່າວສານເປັນຢ່າງດີ, ແນະນຳ, ຈັດຕັ້ງການໂຄສະນາຢ່າງທັນການ ແລະ ຊັດເຈນ, ຮັບປະກັນລັກສະນະກຳນົດທິດ, ລັກສະນະແນວຄິດການເມືອງ ກ່ຽວກັບສະພາບການພາຍໃນປະເທດ ແລະ ສາກົນ. ຜ່ານນັ້ນຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມ, ການຕ່າງປະເທດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກໄດ້ສະເໜີວ່າ:

        ປີ 2021, ໃນການປະຕິບັດໜ້າທີ່ຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ປັດຈຸບັນວຽກງານສຳຄັນທີ່ສຸດ ນັ້ນແມ່ນ ການເຄື່ອນໄຫວສູນສື່ມວນຊົນ, ບັນດາວຽກງານທີ່ກ່ຽວຂ້ອງ ຍັງສືບຕໍ່ໄດ້ຮັບການປະຕິບັດເປັນປົກກະຕິ ແຕ່ການເຄື່ອນໄຫວສູນສື່ມວນຊົນຂອງກອງປະຊຸມໃຫຍ່ ແລະ ສະໜອງຂໍ້ມູນໃຫ້ແກ່ສື່ມວນຊົນຕ່າງປະເທດ ຜ່ານປະຕູຖານເອເລັກໂຕນິກ, ຜ່ານເວັບໄຊຂອງກອງປະຊຸມໃຫຍ່ ຕ້ອງໄດ້ອັບເດດເປັນປະຈຳຢູ່ລະດັບສູງດ້ວຍຂໍ້ມູນທີ່ມີຄຸນນະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ