ຄາດວ່າທ້າຍປີນີ້ໝາກລຳໄຍຂອງຫວຽດນາມຈະມີໜ້າຢູ່ອາເມລິກາ

ຄາດວ່າທ້າຍປີນີ້ໝາກລຳໄຍຂອງຫວຽດນາມຈະມີໜ້າຢູ່ອາເມລິກາ - ảnh 1
(ພາບປະກອບຈາກ KT)

(vovworld) - ກ່ຽວຂ້ອງ​ເຖິງ​ເລື່ອງ​ກະຊວງ​​ຊົນນະບົດອາ​ເມ​ລິ​ກາ ຫາ​ກໍ່​ສະໜອງ​ໜັງສື​ອະນຸຍາດ​ໃຫ້​ນຳ​ເຂົ້າຕະຫຼາດ​ອາ​ເມ​ລິ​ກາ ໝາກ​ລິ່ນ​ຈີ່ ​ແລະ ໝາກ​ລຳ​ໄຍຂອງ​ຫວຽດນາມ. ທ່ານ ຮ່ວາງ​ຈູງ, ຮອງ​ຫົວໜ້າ​ກົມ​ປົກ​ປ້ອງ​ພືດ (ສັງກັດ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ) ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ຂ່າວ​ດີ​ຂ່າວ​ມ່ວນ​ຂອງ​ຊາວ​ກະ​ສີກ​ອນ, ມັນບໍ່ພຽງ​ແຕ່​ເປີດ​ກາລະ​ໂອກາດ​ໃຫ້​ແກ່​ຜູ້​ປູກໝາກ​ລິ່ນ​ຈີ່ ​ແລະ ໝາກ​ລຳ​ໄຍ​ເວົ້າ​ສະ​ເພາະ​ເທົ່າ​ນັ້ນ, ຫາກ​ບັນດ​າຜະລິດ​ຕະພັນ​ກະ​ເສດ​ອື່ນໆ​ເວົ້າ​ລວມ​ໃນ​ການ​ຫັນ​ຕະຫຼາດ​ສົ່ງ​ອອກ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ອີກ​ດ້ວຍ.

​ເພື່ອ​ຊ່ວຍ​ຊາວ​ກະ​ສີກ​ອນປູກຝັງ​ໃຫ້​ຖືກ​ກັບ​ຂັ້ນ​ຕອນ​ດ້ານ​ເຕັກນິກ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະ​ເທດ​ນຳ​ເຂົ້າ. ກົມ​ປົກ​ປ້ອງ​ພືດ​​ໄດ້ສຸມ​ໃສ່​ໜູນ​ຊ່ວຍ ​ແລະ ​ແນະນຳວິທີ​ບົວລະບັດ ​ແລະ ​ເຕັກນິກປູກຝັງ​ໃຫ້​ຊາວ​ກະ​ສີ    ກ​ອນຢູ່​ເຂດ​ປູກໝາກ​ລິ່ນ​ຈີ່ ​ແລະ ໝາກ​ລຳ​ໄຍ.


ຂ່າວ/ບົດ​ອື່ນ