ຄາດວ່າເວັບໄຊກ່ຽວກັບປະທານໂຮ່ຈີມິນຈະສະເໜີຕໍ່ຜູ້ອ່ານໃນວັນທີ2/9

ຄາດວ່າເວັບໄຊກ່ຽວກັບປະທານໂຮ່ຈີມິນຈະສະເໜີຕໍ່ຜູ້ອ່ານໃນວັນທີ2/9 - ảnh 1
ທ່ານ ດິງ​ເທ໋ຮິງ, ກຳມະການ​ກົມ​ການ​ເມືອງ,
ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ກ່າວຄຳເຫັນທິ່ກອງປະຊຸມ

(vovworld) – ຄາດ​ວ່າ, ເວັບ​ໄຊ​ກ່ຽວ​ກັບ​ປະທານ​ໂຮ​່ຈີ​ມິນຈະ​​​ສະ​ເໜີ​ຕໍ່ຜູ້ອ່ານໃນ​ວັນ​ທີ 2/9 - ນີ້​ແມ່ນ​ແຫຼ່ງຂ່າວ​ໄດ້​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ຂອງ​ຄະນະ​ຊ່ວຍ​ວຽກ​ຄະນະ​​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ເພື່ອ​ແນ​ໃສ່​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ຮ​ຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ, ຖືກ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 14/8, ຢູ່​ຮ່າ​ໂນ້ຍ. ທີ່​ກອງ​ປະຊຸ​ມ, ທ່ານ ດິງ​ເທ໋ຮິງ, ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ຊີ້​ແຈ້ງວ່າ: ກ່ວາ 3 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ, ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະ​ທານ ​ໂຮ່ຈີ​ມິ​ນ ພວມ ກ້າວ​ເຂົ້າ​ສູ່​ລະບຽບ, ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ພັກ​ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ. ພ້ອມ​ກັບ​ການ​ປະຕິບັດ​ມະຕິສູນ​ກາງ​ພັກເລກທີ 4, ຄຳ​ສັ່ງ​ເລກ​ທີ 03 ກໍ່​ປະກອບສ່ວນ​ສະກັດ​ກັ້ນ ​ແລະ ຍູ້ຖອຍ​ສະພາບ​ຊຸດ​ໂຊມ​ຄຸນ​ນະ​ທາດ, ​ແບບ​ແຜນການ​ດຳລົງ​ຊີວິດ​ຂອງ​ພາກສ່ວນ​ໜຶ່ງ​ສະມາຊິກ​ພັກ. ​ໃນ​ຊຸມ​ເດືອນ​ຍັງ​ເຫຼືອ​ຂອງ​ປີ, ​ເລື່ອງ​ສະ​ເໜີ​ເວັບ​ໄຊ​ເອ​ເລັກ​ໂຕ​ນິກກ່ຽວ​ກັບ​ປະ​ທານ ​ໂຮ່ຈີ​ມິນ ຄາ​ດວ່າ​ໃນ​​ໂອກາດ​ວັນ​ທີ 2/9 ​ແມ່ນຂໍ້​ລິ​ເລີ່​ມທີ່​ດີ​ເພື່ອ​ປະກາດ​ກ່ຽວ​ກັບ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ຄຸນສົມບັດ​ຂອງ​ເພີ່ນ​ເຖິງສະມາຊິກ​ພັກ ​ແລະ ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ທ່ານ ດິງ​ເທ໋ຮິງ, ກ່າວ​ວ່າ:

        “​ເວັບ​ໄຊ​ເອ​ເລກ​ໂຕ​ນິກກ່ຽວ​ກັບ​ປະທານ ​ໂຮ່ຈີ​ມິນ ສຸມ​ໃສ່​​ວຽກ​ງານ​ປະກາດ​ກ່ຽວ​ກັບການ​​ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​​ແບບຢ່າງ​ຄຸນສົມບັດ​ຂອງ​ເພີ່ນ​ເປັນ​ຕົ້ນ. ຈຸດໝາຍ​ແມ່ນ​ໂຄສະນາ, ​ເຜີ​ຍ​ແຜ່, ປຸກລະດົມ​ການ​ປະຕິບັດ​ຕາມ​ຄຳ​ສັ່ງ​ເລກທີ 03. ​ແຫຼ່ງຂ່າວ​ໃນ​ເວັບ​ໄຊ​ນີ້​ແມ່ນ​ຊັດ​ເຈນ, ດຶງ​ດູດ ​ແລະ ​ອັບ​ເດດຂ່າວໃໝ່​​ເພື່ອ​ດຶງດູດຜູ້​ເຂົ້າ​ອ່ານ​ເປັນ​ຈຳນວນ​ຫຼາຍ, ມີ​​ພະລັງຊີວິດ, ມີ​ກຳລັງ​ແຜ່​ຂະຫຍາຍ”


ຂ່າວ/ບົດ​ອື່ນ