ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ​ຍາມ​ໃດ​ກໍ່​ແມ່ນ​ບຸ​ລິ​ມະ​ສິດ​ຂອງ ຫວຽດ​ນາມ

(VOVWORLD) -  ໜຶ່ງໃນບັນດາມາດຕະການໄດ້ສະເໜີໃນບົດລາຍງານ ແມ່ນການສ້າງ ແລະ ຜັນຂະຫຍາຍບັນດານະໂຍບາຍຮັບປະກັນການປ່ຽນແປງຢ່າງມີຄວາມຍຸທິຕຳ ໄປຍັງບັນດາລະບົບສະບຽງອາຫານແບບຍືນຍົງ. 
ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ​ຍາມ​ໃດ​ກໍ່​ແມ່ນ​ບຸ​ລິ​ມະ​ສິດ​ຂອງ ຫວຽດ​ນາມ - ảnh 1ທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າ ໂລກ ແລະ ບາງອົງການຈັດຕັ້ງສາກົນຕ່າງໆ ຢູ່ເຊີແນວ (ພາບ: TTXVN)

ໃນຂອບເຂດກອງປະຊຸມຊຸດທີ 55 ຂອງສະພາສິດທິມະນຸດ ສປຊ ຢູ່ ເຊີແນວ (ປະເທດສະວິດ), ວັນທີ 13 ມີນາ, ທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າ ໂລກ ແລະ ບາງອົງການຈັດຕັ້ງສາກົນຕ່າງໆ ຢູ່ເຊີແນວ (ສະວິດ) ໄດ້ເຂົ້າຮ່ວມວາລະໂອ້ລົມສົນທະນາ ກ່ຽວກັບບົດລາຍງານຂອງ ຂ້າຫຼວງໃຫຍ່ ສປຊ. ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ໄດ້ກ່າວຄຳເຫັນຕາງໜ້າກຸ່ມຫຼັກແຫຼ່ງຂອງມະຕິວ່າດ້ວຍສິດທິມະນຸດ ແລະ ການປ່ຽນແປງຂອງດິນຟ້າອາກາດ (ລວມມີ: ຫວຽດນາມ, Bangladesh, Philippines) ກ່ຽວກັບຫົວຂໍ້ຂອງບັນດາມາດຕະການຫຼຸດຜ່ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ຕໍ່ການຊົມໃຊ້ສິດສະບຽງອາຫານ.

ທ່ານເອກອັກຄະລັດຖະທູດ ມານຟານຢຸງ ໄດ້ຢັ້ງຢືນວ່າ ການຄ້ຳປະກັນສະບຽງອາຫານ ຍາມໃດກໍ່ແມ່ນບຸລິມະສິດແຖວໜ້າຂອງບັນດາປະເທດ, ພິເສດໃນສະພາບການບັນດາສິ່ງທ້າທາຍ ໂດຍການປ່ຽນແປງຂອງດິນຟ້າອາກາດ ກໍ່ຂຶ້ນ ເຮັດໃຫ້ ສະພາບການມີຄວາມສຽງສູ່ງກ່ວາ ຕໍ່ໄພອຶດຫິວ ແລະ ຂາດທາດໂປສະນາການຮ້າຍແຮງຂຶ້ນ.ທ່ານເອກອັກຄະລັດຖະທູດ ຕີລາຄາສູງ ເລື່ອງ ຂ້າຫຼວງໃຫຍ່ ສິດທິມະນຸດ ສປຊ ໄດ້ຍົກອອກບັນດາສະເໜີແນະ ເພື່ອແນໃສ່ຫຼຸດຜ່ອນຜົນກະທົບບໍ່ສະດວກ ຂອງການປ່ຽນແປງຂອງດິນຟ້າອາກາດ ຕໍ່ການປະຕິບັດສິດທີ່ມີສະບຽງອາຫານຢ່າງພຽງພໍ. ໜຶ່ງໃນບັນດາມາດຕະການໄດ້ສະເໜີໃນບົດລາຍງານດັ່ງກ່າວ ແມ່ນການສ້າງ ແລະ ຜັນຂະຫຍາຍບັນດານະໂຍບາຍຮັບປະກັນການປ່ຽນແປງຢ່າງມີຄວາມຍຸທິຕຳ ໄປຍັງບັນດາລະບົບສະບຽງອາຫານແບບຍືນຍົງ. ທ່ານເອກອັກຄະລັດຖະທູດ ສະເໜີຂ້າຫຼວງໃຫຍ່ ສິດທິມະນຸດ ສປຊ ໄຈ້ແຍກແຈ້ງບັນຫານີ້, ສະເໜີບັນດາມາດຕະການເຊິ່ງບັນດາປະເທດ, ເປັນຕົ້ນແມ່ນບັນດາປະເທດມີການກຳນົດທິດສົ່ງອອກສະບຽນອງຫານ, ອາດຈະມີການປ່ຽນແປງບັນດາການເຄື່ອນໄຫວກະສິກຳເພື່ອຄ້ຳປະກັນສະບຽງອາຫານ, ເພີ່ມທະວີຄວາມສາມາດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງຮັກສາການຫາເງິນລ້ຽງຊີບ ແລະ ເສດຖະກິດວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ