ຄຳສັ່ງຂອງນາຍົກລັດ ຖະມົນຕີ ກ່ຽວກັບເລື່ອງ ເພີ່ມທະວີການປະຢັດ, ຕ້ານການຟຸມເຟືອຍ
ພາບປະກອບ
(vovworld) - ວັນທີ 29/7, ທ່ານນາຍົກລັດຖະມົນຕີ ເຊັນປະກາດໃຊ້ຄຳສັ່ງຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່, ລັດວິສາຫະກິດເພີ່ມທະວີການປະຢັດ, ຕ້ານການຟຸມເຟືອຍໃນການຄຸ້ມຄອງ, ຂຸດຄົ້ນ, ນຳໃຊ້ຊັບພະຍາກອນ, ທຶນຮອນ, ຊັບສິນ ແລະ ຄົນງານຢູ່ບັນດາລັດວິສາຫະກິດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖີ່ນ, ລັດວິສາຫະກິດ ກວດກາສະພາບການນຳໃຊ້ທີ່ດິນ, ຊັບພະຍາກອນແຮ່ທາດ, ຊັບພະຍາກອນປ່າໄມ້.... ເພື່ອກຳນົດ ແລະ ແກ້ໄຂປັບໄໝລົງໂທດບັນດາພາກສ່ວນ, ຫົວໜ່ວຍພວມນຳໃຊ້ແບບຟຸມເຟຶອຍ, ບໍ່ປະຢັດຢ່າງທັນການ. ພ້ອມທັງຄວບຄຸມການອອກໃບອະນຸຍາດຂຸດຄົ້ນຊັບພະຍາກອນ, ແຮ່ທາດຂອງບັນດາວິສາຫະກິດທີ່ກໍ່ການຟຸມເຟືອຍ ຫຼື ບໍ່ຮັບປະກັນຖືກຕາມບັນດາຄຳຮຽກຮ້ອງປົກປັກຮັກສາ ສິ່ງແວດລ້ອມຕາມຂໍ້ກຳນົດຂອງກົດໝາຍຢ່າງແໜ້ນແຟ້ນ.