ຄຳເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບໝາກຜົນຂອງການປ່ອນບັດໄວ້ວາງໃຈ 48 ຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ແລະ ໃຫ້ສັດຕະຍາບັນ

(VOVWORLD) - ໝາກຜົນຂອງການປ່ອນບັດໄວ້ວາງໃຈຕໍ່ສະມາຊິກສະພາແຫ່ງຊາດ 48 ທ່ານທີ່ດຳລົງຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ແລະ ໃຫ້ສັດຕະຍາບັນ ໄດ້ຮັບການປະກາດ

ວັນທີ 25 ຕຸລາ, ໝາກຜົນຂອງການປ່ອນບັດໄວ້ວາງໃຈຕໍ່ສະມາຊິກສະພາແຫ່ງຊາດ 48 ທ່ານທີ່ດຳລົງຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ແລະ ໃຫ້ສັດຕະຍາບັນ ໄດ້ຮັບການປະກາດ, ໄດ້ດຶງດູດຄວາມສົນໃຈຂອງຜູ້ມີສິດເລືອກຕັ້ງໃນທົ່ວປະເທດເປັນຈຳນວນຫຼວງຫຼາຍ. ທ່ານ ດັ້ງຫືວຮ່າວ, ຢູ່ເມືອງ ຫາຍເຈົາ, ນະຄອນດ່ານັ້ງ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເຫັນວ່າ ໝາກຜົນຂອງການປ່ອນບັດໄວ້ວາງໃຈຄັ້ງນີ້ໄດ້ສະແດງໃຫ້ເຫັນລັກສະນະພາວະວິໄສ ແລະ ຕີລາຄາຖືກກັບສະພາບຕົວຈິງ. ຂ້າພະເຈົ້າຫວັງວ່າ ບັນດາຜູ້ໄດ້ຮັບບັດໄວ້ວາງໃຈສູງຈະສືບຕໍ່ເສີມຂະຫຍາຍ. ສ່ວນສຳລັບຜູ້ໄດ້ຮັບບັດໄວ້ວາງໃຈຕ່ຳຕ້ອງພະຍາຍາມໃຫ້ຫຼາຍກ່ວາຈຶ່ງຕອບສະໜອງຄຳຮຽກຮ້ອງຕ້ອງການຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດໄດ້.”

        ໃນຂະນະນັ້ນ, ຜູ້ມີສິດເລືອກຕັ້ງ ຫວໍແທັງງິ, ຢູ່ນະຄອນ ເຕິນອານ, ແຂວງ ລອງອານ ຖືວ່າ:

        “ເລື່ອງສະພາແຫ່ງຊາດຈັດຕັ້ງການປ່ອນບັດໄວ້ວາງໃຈສຳລັບບັນດາສະມາຊິກສະພາແຫ່ງຊາດຄັ້ງນີ້ ອີກເທື່ອໜຶ່ງໄດ້ສະແດງໃຫ້ເຫັນການສູ້ຊົນສ້າງກົງຈັກອຳນາດການປົກຄອງນັບມື້ນັບປອດໃສ, ໝັ້ນຄົງເຂັ້ມແຂງ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ.”

ຕອບກັບ

ຂ່າວ/ບົດ​ອື່ນ