ງົ​ບ​ປະ​ມານ​ດ້ານ​ປ້ອງ​ກັນ​ຊາດ​ໃນ​ທົ່ວ​ໂລກ​ເພີ່ມ​ຂຶ້ນ​ຢູ່​ລະ​ດັບ​ສູງ​ສຸດ​ໃນ ທົດ​ສະ​ວັດ​ທີ່​ຜ່ານ​ມາ

(VOVWORLD) -ງົບປະມານດ້ານປ້ອງກັນຊາດໃນທົ່ວໂລກໄດ້ເພີ່ມຂຶ້ນ 4%ໃນປີ 2019, ເຊິ່ງເປັນລະດັບສູງສຸດໃນທົດສະວັດທີ່ຜ່ານມາ, ນຳໜ້າແມ່ນປະເທດອາເມລິກາ ແລະ ຈີນ.

ໃນບົດລາຍງານປະຈຳປີ “Military Balance” “ສະຫຼຸບຂາດຕົວງົບປະມານດ້ານການທະຫານ” ທີ່ໄດ້ປະກາດໃນວັນທີ 14 ກຸມພາ, ສະຖາບັນຄົ້ນຄ້ວາຍຸດທະສາດສາກົນ (IISS) ໃຫ້ຮູ້ວ່າ ງົບປະມານດ້ານປ້ອງກັນຊາດຂອງ ປະເທດອາເມລິກາ ໃນໄລຍະ 2018 – 2019 ເພີ່ມຂຶ້ນ 53.4 ຕື້ USD ເມື່ອທຽບໃສ່ ທົດສະວັດກ່ອນ, ເກືອບເທົ່າກັບຍອດຈຳນວນງົບປະມານດ້ານປ້ອງກັນຊາດຂອງອັງກິດ. ງົບປະມານດ້ານປ້ອງກັນຊາດຂອງທັງອາເມລິກາ ແລະ ຈີນ ປີ 2019 ລ້ວນແຕ່ເພີ່ມຂຶ້ນ 6,6%, ໃນຂະນະທີ່ ງົບປະມານດ້ານປ້ອງກັນຊາດຂອງ ເອີລົບແມ່ນ 4,2%. ບັນດາປະເທດສະມາຊິກເອີລົບຂຶ້ນກັບອົງການສົນທິສັນຍາອັດລັງຕິກເໜືອ (NATO) ພວມຊອກຫາວິທີເພີ່ມງົບປະມານດ້ານປ້ອງກັນຊາດຂຶ້ນຕື່ມພາຍຫຼັງທີ່ທ່ານ ປະທານາທິບໍດີ ອາເມລິກາ Donald Trump ໄດ້ຕຳນິຕິຕຽນຫຼາຍຄັ້ງວ່າ ບັນດາປະເທດເຫຼົ່ານີ້ບໍ່ປະກອບສ່ວນດ້ານການເງິນໃຫ້ ກຸ່ມ ແລະ ໄດ້ສ້າງພາລະອັນໜັກໜ່ວງໃຫ້ແກ່ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ